ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຄະນະຮັບຜິດຊອບຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດ ໃນການເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ- ອອກ ສປປ ລາວ ໄດ້ລົງຕິດຕາມຈຸດຊາຍແດນໃນຂອບເຂດທົ່ວປະເທດ ຮັບປະກັນຄວາມປອດໄພ ທາງດ້ານໄຊເບີ.
ການເຄື່ອນໄຫວດັ່ງກ່າວ ແມ່ນເປັນໄປຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເລກທີ 221/ກຕສ, ວັນທີ 7 ກຸມພາ 2025, ໄດ້ລົງຊຸກຍູ້ ແລະ ຕິດຕາມ ການກວດກາຈຸດເຊື່ອມຕໍ່ຕົວຈິງ ຢູ່ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 01 ທີ່ບ້ານ ດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ເຊິ່ງນໍາພາໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ.
ຈຸດປະສົງ ໃນການລົງຊຸກຍູ້ ແລະ ຕິດຕາມ ການກວດກາຈຸດເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃນຄັ້ງນີ້ ແມ່ນເພື່ອກວດກາແລະປ້ອງກັນການເຊື່ອມຕໍ່ທີ່ຜິດກົດໝາຍ ແລະ ລະບຽບການທີ່ກໍານົດໄວ້, ຮັບປະກັນຄວາມປອດໄພ ທາງດ້ານໄຊເບີ, ປ້ອງກັນການຫຼອກລວງຂອງກຸ່ມຄົນບໍ່ດີ, ກຸ່ມແກ້ງຄໍເຊັນເຕີຕ່າງໆ ພ້ອມທັງຊຸກຍູ້ສົ່ງເສີມການເຊື່ອມຕໍ່ສາຍສົ່ງໂທລະ ຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທົ່ວສັງຄົມສາມາດເຂົ້າເຖິງໄດ້.
ໂດຍບັນດາບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ບໍລິສັດບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຢູ່ ສປປ ລາວ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການ ກ່ຽວກັບການເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ໂດຍຜ່ານບັນດາຈຸດເຊື່ອມຕໍ່ກັບຕ່າງປະເທດ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍານົດຢ່າງເຂັ້ມງວດ.