Vientiane Times Lao
ກຣີນແອັດແວນເຈີ ລົງທຶນສໍາປະທານ ໂຄງການພັດທະນານໍ້າຕົກຕາດຜາສ້ວມ ຢູ່ແຂວງຈໍາປາສັກ

ກຣີນແອັດແວນເຈີ ລົງທຶນສໍາປະທານ ໂຄງການພັດທະນານໍ້າຕົກຕາດຜາສ້ວມ ຢູ່ແຂວງຈໍາປາສັກ

ບໍລິສັດທ່ອງທ່ຽວກຣີນແອັດແວນເຈີ ຈໍາກັດຜູ້ດຽວ ລົງທຶນສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດຜາສ້ວມໃຫ້ກາຍເປັນສູນກາງການທ່ອງທ່ຽວຕິດພັນກັບການອະນຸລັກທໍາມະຊາດ ແລະ ສິ່ງແວດລ້ອມ ຢູ່ບ້ານໂດນ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ຊຶ່ງມູນຄ່າການລົງທຶນທັງໝົດ ແລະ ທຶນຈົດທະບຽນ 3,500,000 ໂດລາສະຫະລັດ.

ໂຄງການພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດຜາສ້ວມ ມີເນື້ອທີ່ລວມທັງໝົດ 94 ເຮັກຕາ, ແບ່ງຂອບເຂດເນື້ອທີ່ດິນການສໍາປະທານອອກເປັນ 2 ຕອນ ຄື: ເນື້ອທີ່ດິນສໍາປະທານ ພື້ນທີ່ເຂດອະນຸລັກ ພັດທະນາເປັນເຂດສີຂຽວ ເປັນຈຸດອະນຸລັກ ປ່າໄມ້ນາໆພັນ ເຂດປ່າປ້ອງກັນ, ເຂດປູກປ່າໄມ້ທົດແທນ ແລະ ອື່ນໆ ມີເນື້ອທີ່ 78,13 ເຮັກຕາ ແລະ ພື້ນທີ່ພັດທະນາໃນການລົງທຶນກໍ່ສ້າງກິດຈະການ ໂຮງແຮມ, ຣີສອດ, ຮ້ານອາຫານ, ຫ້ອງປະຊຸມ ມີເນື້ອທີ່ 15,87 ເຮັກຕາ ແລະ ໄລຍະເວລາສໍາປະທານໂຄງການດັ່ງກ່າວ 35 ປີ

ພິທີເຊັນສັນຍາສໍາປະທານໂຄງການດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ແຂວງຈໍາປາສັກ ຊຶ່ງຕາງໜ້າອົງການປົກຄອງແຂວງຈໍາປາສັກ ເຊັນໂດຍທ່ານ ບຸນມີ ຄຳພິທູນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຈໍາປາສັກ, ທ່ານ ສົມລິດ ປັນທະບົວສີ ເຈົ້າເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ທ່ານ ທອງຖິ່ນ ພົມພັກດີ ຮອງຫົວໜ້າພະແນກຖະແຫຼງຂ່າວ,  ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ແລະ ຝ່າຍບໍລິສັດທ່ອງທ່ຽວ ກຣີນແອັດແວນເຈີ ຈຳກັດຜູ້ດຽວ ເຊັນໂດຍທ່ານ ອິນທີ ເດືອນສະຫວັນ ຮອງອໍານວຍການບໍລິສັດທ່ອງທ່ຽວ ກຣີນແອັດແວນເຈີ ຈຳກັດຜູ້ດຽວ, ທ່ານ ສີວິໄລ ຊຸມພົນພັກດີ ທີ່ປຶກສາບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ, ທ່ານ ໄຂພອນ ແກ້ວບຸບຜາ ຜູ້ຊ່ວຍຜູ້ຈັດການພື້ນທີ່ຂອງບໍລິສັດທ່ອງທ່ຽວ ກຣີນແອັດແວນເຈີ ຈຳກັດຜູ້ດຽວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

Related Articles

Leave a Reply