ອົງການ Worlwide healing hand ອາເມລິກາ ກັບ ໂຮງໝໍມິດຕະພາບ 150 ຕຽງ ແລະ ສູນມະເຮັງແຫ່ງຊາດ ຈະໃຫ້ບໍລິການກວດມະເຮັງປາກໝົດລູກ ໂດຍບໍ່ເສຍຄ່າ (ຟຣີ) ສຳລັບຜູ້ທີ່ມີອາຍຸລະຫວ່າງ 25-65 ປີ ເລີ່ມແຕ່ວັນທີ 3-7 ກຸມພາ 2025 ທີ່ໂຮງໝໍມິດຕະພາບ 150 ຕຽງ, ສາມາດລົງທະບຽນໄດ້ນັບແຕ່ມື້ແຈ້ງການເປັນຕົ້ນໄປ ຈົນເຖິງມື້ເປີດໃຫ້ບໍລິການກວດ.
ສຳລັບ ພໍ່ແມ່ປະຊາຊົນ ບັນດາເຜົ່າໃນຂອບເຂດທົ່ວປະເທດ ຖ້າສົນໃຈເຂົ້າປິ່ນປົວ ສາມາດລົງທະບຽນໄດ້ນັບແຕ່ມື້ແຈ້ງການເປັນຕົ້ນໄປ ໂດຍທ່ານສາມາດໂທລະສັບສອບຖາມໄດ້ ທີ່ເບີ: 020 28268549 ຫຼື 020 55433389