ກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊໄດ້ທຳລາຍຊິ້ນສ່ວນສັດປ່າຫວງຫ້າມ ເມື່ອມໍ່ໆມານີ້ ທີ່ເດີ່ນພະແນກກະສິກຳ ແລະ ປ່າໄມ້ແຂວງ ຊຶ່ງຊິ້ນສ່ວນສັດດັ່ງກ່າວ ແມ່ນຢຶດຢູ່ບັນດາຕະຫຼາດ, ຮ້ານຂາຍຜົນຜະລິດກະສິກຳລຽບຕາມແຄມທາງ ແລະ ເຮືອນບຸກຄົນ.
ຊິ້ນສ່ວນສັດດັ່ງກ່າວ ມີປະເພດສັດທີ່ຕາຍຈໍານວນ 489 ໂຕ/ຊິ້ນສ່ວນ, ນ້ຳໜັກ 118,2 ກິໂລ ນໍາມາທໍາລາຍ (ຝັງ). ໃນນີ້, ສັດປ່າຫວງຫ້າມ ມີ 8 ໂຕ/ຊິ້ນສ່ວນ ນໍ້າໜັກ 12.7 ກິໂລ, ສັດປ່າຄຸ້ມຄອງ ມີ 399 ໂຕ/ຊິ້ນສ່ວນ ນໍ້າໜັກ 100,9 ກິໂລ, ສັດປ່າທົ່ວໄປ ມີ 82 ໂຕ/ຊິ້ນສ່ວນ ນໍ້າໜັກ 4,6 ກິໂລ.
ສັດທີ່ຍັງມີຊີວິດມີ 23 ໂຕ ນໍ້າໜັກ 76,6 ກິໂລ ປະກອບມີ: ສັດຫວງຫ້າມ ມີ 3 ໂຕ ນໍ້າໜັກ 64,8 ກິໂລ ໃນນີ້ມີເຕົ່າ 1 ໂຕ ໄດ້ປ່ອຍຄືນສູ່ທໍາມະຊາດ, ໝີຄວາຍ 1 ໂຕ, ລີງກັງ 1 ໂຕ ໄດ້ມອບໃຫ້ສູນອະນຸລັກໝີລາວ ແຂວງຫຼວງພະບາງ (Free the bear), ສັດຄຸ້ມຄອງ ມີ 4 ໂຕ ນໍ້າໜັກ 11,5 ກິໂລ ໄດ້ມອບໃຫ້ສູນອະນຸລັກໝີລາວ ແຂວງຫຼວງພະບາງ (Free the bear)ໄປບໍາບັດ. ປັດຈຸບັນ ແມ່ນໄດ້ນໍາໄປປ່ອຍຄືນສູ່ທໍາມະຊາດຢູ່ປ່າສະຫງວນແຫ່ງຊາດ. ສັດປ່າປະເພດທົ່ວໄປ ມີ 16 ໂຕ ນໍ້າໜັກ 0,3 ກິໂລ ໄດ້ປ່ອຍຄືນສູ່ທໍາມະຊາດຢູ່ເຂດປ່າຫ່າງໄກຈາກຊຸມຊົນພາຍໃນແຂວງ.
ແຫຼ່ງຂ່າວ: ແສງອາທິດ