ກອງທັບປະຊາຊົນລາວ ໄດ້ມີການຝຶກຊ້ອມໃຫຍ່ ຄັ້ງທີ I ເມື່ອວັນທີ 24 ພະຈິກທີ່ຜ່ານມາ ຢູ່ ທີ່ສະໜາມຫັດແອບວິທະຍາ ຄານກົມມະດໍາພາຍຫຼັງທີ່ກຽມຈັດຕັ້ງກຳລັງນັກຮົບດ້ານຕ່າງໆເພື່ອຝຶກຊ້ອມ ການ ທະຫານຫັດແອບ ຕົວຈິງມາແຕ່ ຕົ້ນເດືອນພະຈິກ ຜ່ານມາ ເພື່ອກະກຽມໃຫ້ແກ່ການ ຈັດຕັ້ງສະເຫຼີມສະຫຼອງວັນຊາດຄົບຮອບ 45 ປີ( 2 ທັນວາ 1975 – 2 ທັນວາ 2020).
ການຝຶກຊ້ອມດັ່ງກ່າວປະກອບມີ 10 ລາຍການ ຄື: ກຳລັງກອງພັນໃຫຍ່ 11 ນຳໃຊ້ປືນຍິງ ເປີດປ້າຍຄຳຂວັນ ວັນຊາດ ທີ 2 ທັນວາ ໝັ້ນຍືນ ໄລຍະ ຍິງ 300 ແມັດ, ກອງຍິງປືນອາ ຊຽນນຳໃຊ້ປືນສັ້ນຊາຍ-ຍິງ ເພື່ອຍິງເປົ້າຈານເຫຼັກ, ເຫຼົ່າຮົບສືບຂ່າວ ສົມທົບທະຫານອາກາດ ເຮັດໜ້າ ທີ່ກອບກູ້ຕົວປະກັນ, ເຫຼົ່າຮົບຕີພິເສດປິດລັບຫຼອນຕີສັດຕູ, ເຫຼົ່າຮົບປ້ອງກັນອາກາດນຳໃຊ້ປືນຊູ-23 ດັບສູນເປົ້າ ໝາຍເທິງອາກາດ, ທະຫານອາກາດຍິງເປົ້າໝາຍເທິງໜ້າດິນ, ເຫຼົ່າຮົບປືນໃຫຍ່ນໍາໃຊ້ປືນ ເບເອັມ- 21, 152 ມມ, 122 ມມ ຍິງກະກຽມ, ເຫຼົ່າຮົບຊ່າງແສງ ສົ່ງໝາກຝາບິນ ເປີດທາງໄຂ ແລະ ເຫຼົ່າຮົບເຄມີປ່ອຍ ຄັວນແຊມກາຍ, ເຫຼົ່າຮົບທະຫານລົດຕັງ-ຍານ ເກາະນຳໃຊ້ລົດຕັງ ເຕ-72 ຍິງປືນ ໃຫຍ່ 152 ມມ, 122 ມມ ຍິງຍົກຍ້າຍທະຫານ ຮາບຍານເກາະປະຕິບັດບຸກຕີສັດຕູຈັ້ງທ່າ, ເຫຼົ່າຮົບເຄມີລົບລ້າງ ທາດພິດເຄມີພາຫະນະອາວຸດ ແລະ ທະຫານອາກາດນໍາໃຊ້ຍົນທຸກຊະນິດບິນສວນສະໜາມ.
ຂໍ້ມູນ: ກອງທັບປະຊາຊົນລາວ
ພາບປະກອບ