ຕໍ່ກັບຂ່າວບິດເບືອນໃສ່ຮ້າຍປ້າຍສີ ຂອງກຸ່ມຄົນບໍ່ຫວັງດີ ສ້າງຄວາມ ປັນປ່ວນໃນສັງຄົມທາງ ກະຊວງ ປ້ອງກັນປະເທດ ໄດ້ອອກມາຊີ້ແຈງ ໃນມື້ວານນີ້ 18/09/2019 ວ່າ ກຳລັງ ກະຊວງປ້ອງກັນປະເທດແມ່ນພາກສ່ວນທຳອິດທີ່ເຂົ້າໄປເຖິງ ແລະ ໃຫ້ ການຊ່ວຍເຫຼືອຜູ້ທີ່ປະສົບໄພນ້ຳຖ້ວມກ່ອນໝູ່. ສະນັ້ນກອງກຳລັງດັ່ງກ່າວ ສາມາດຢືນຢັນໄດ້ວ່າ ທຸກພາກສ່ວນ ໄດ້ເປັນຈິດໜຶ່ງໃຈດຽວກັນໃນການ ກອບກູ້ຊ່ວຍເຫຼືອ ແລະ ຟື້ນຟູໄພ ພິບັດນ້ຳຖ້ວມໃນຄັ້ງນີ້.
ທ່ານ ພັນເອກ ສິງຄໍາ ພິມມະວົງ ຫົວ ໜ້າຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ ຜູ້ທີ່ໄດ້ຮັບການມອບ ໝາຍຈາກກົມໃຫຍ່ການເມືອງກອງທັບ ລົງເຄື່ອນໄຫວເກັບກໍາຂໍ້ມູນສະ ພາບນ້ໍາຖ້ວມ ຢູ່ ບັນດາແຂວງດັ່ງກ່າວວ່າ: ຕໍ່ກັບສື່ສັງຄົມອອນລາຍ ຂອງພວກບໍ່ຫວັງດີໄດ້ອອກຂ່າວບິດເບືອນໃສ່ຮ້າຍປ້າຍສີ, ໂດຍອ້າງວ່າມີສຽງຈົ່ມຈາກ ຜູ້ປະສົບໄພບໍ່ໄດ້ຮັບການຊ່ວຍ ເຫຼືອ ຈາກຂັ້ນເທິງແມ່ນບໍ່ມີມູນຄວາມຈິງ, ເປັນການປັນປ່ວນຂອງ ກຸ່ມຄົນບໍ່ຫວັງດີ.
ທະຫານຈາກກົມໃຫຍ່ການເມືອງ ກອງທັບໄດ້ມີການລົງໄປເກັບກຳ ຕົວຈິງເຫັນວ່າ ກຳລັງທຸກພາກ ສ່ວນໄດ້ມີການຮ່ວມມືກັນໂດຍມີ ການວາງແຜນຢ່າງລະອຽດແຕ່ຂັ້ນ ສູນກາງລົງຮອດທ້ອງຖິ່ນ, ຄະນະຮັບ ຜິດຊອບທີ່ກ່ຽວຂ້ອງທຸກຂັ້ນເພື່ອ ເຄື່ອນໄຫວເຮັດໜ້າທີ່ດ້ວຍຄວາມ ຮັບຜິດຊອບສູງ ແລະ ລາຍງານສະ ພາບການ ໃຫ້ຂັ້ນເທິງໄດ້ຮັບຊາບຢ່າງຕໍ່ເນື່ອງ.
ຄະນະດັ່ງກ່າວໄດ້ມີການຕິດຕາມກວດກາສະພາບອາກາດ, ລະດັບນ້ຳຕະຫຼອດ 24 ຊົ່ວໂມງ, ອອກແຈ້ງການໂຄສະນາຜ່ານສື່ຕ່າງໆ ແລະ ປະກາດທາງໂທລະໂຄງປະຈໍາແຕ່ລະທ້ອງຖິ່ນ ໃນການຮັບມື, ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພ ໃຫ້ວ່ອງໄວທັນການ, ທຸກພາກສ່ວນໄດ້ສຸມໃສ່ ລະດົມກຳລັງແຮງ ແລະ ພາຫະນະ ເຂົ້າໃນການກອບກູ້ຊີວິດ ແລະ ປ້ອງກັນຮັກສາຊັບສິນຂອງພໍ່ແມ່ ປະຊາຊົນເອົາໄວ້ໂດຍໄວ.
ພ້ອມກັນນີ້ ທາງການນຳພັກ ແລະ ລັດ ກໍ່ໄດ້ລົງຖາມຂ່າວ ແລະ ໃຫ້ຄວາມອົບອຸ່ນ ແລະ ຊ່ວຍເຫຼືອເຖິງມືປະຊາຊົນ ໄດ້ມີການປະສານສົມທົບ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃນການວາງແຜນຟື້ນຟູ ພາຍຫຼັງລະດັບນ້ໍາໄດ້ບົກແຫ້ງລົງ ທີ່ພົວພັນເຖິງ ຫຼາຍຂະແໜງການເພື່ອຟື້ນຟູເຂດນ້ຳ ຖ້ວມໃຫ້ກັບຄືນສູ່ປົກກະຕິໂດຍໄວ.
ຂ່າວ: ວຽງຈັນທາຍ
ພາບ: ໂຊເລ້
