ກອງບັນຊາການປ້ອງກັນທີ່ຕັ້ງ (ປຕ) ກະຊວງປ້ອງການຄວາມສະຫງົບ ກຽມພ້ອມຮັກສາຄວາມສະຫງົບປອດໄພຢ່າງເຂັ້ມງວດ 12 ຈຸດສໍາຄັນ ເພື່ອຮັບປະກັນຄວາມສະຫງົບ ໃນໄລຍະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ທີ່ຈະໄດ້ຈັດຂຶ້ນວັນທີ 13-15 ມັງກອນ 2021 ທີ່ນະຄອນຫຼວງວຽງຈັນ.
ສໍາລັບ 12 ຈຸດປ້ອງກັນ ປະກອບມີ: ຈຸດປ້ອງກັນຫໍປະຊຸມແຫ່ງຊາດ, ຈຸດປ້ອງກັນຫໍວັດທະນະທໍາ, ຈຸດປ້ອງກັນສະຖານີລົດໄຟທ່ານາແລ້ງ, ຈຸດປ້ອງກັນສະຖານີໄຟຟ້າໂສກປ່າຫຼວງ, ຈຸດປ້ອງກັນສະຖານີໄຟຟ້າໂພນຕ້ອງ, ຈຸດປ້ອງກັນສະຖານີໂທລະພາບແຫ່ງຊາດ, ຈຸດປ້ອງກັນສະຖານີວິທະຍຸກະຈາຍສຽງແຫ່ງຊາດ, ຈຸດປ້ອງກັນສະຖານີວິທະຍຸກະຈາຍສຽງຫຼັກ6, ຈຸດປ້ອງກັນສະຖານີວິທະຍຸດາວທຽມພື້ນດິນ ຫຼັກ14, ຈຸດປ້ອງກັນສະຖານີດາວທຽມ ຫຼັກ 52, ຈຸດປ້ອງກັນສະໜາມບິນວັດໄຕ ພ້ອມດ້ວຍຈຸດກໍາລັງສໍາຮອງແກ້ໄຂກໍລະນີສຸກເສີນ ແລະ ປະຈໍາການ ປ້ອງກັນ.
ໃນນັ້ນ ແຕ່ລະຈຸດ ໃຫ້ເອົາໃຈໃສ່ປ້ອງກັນ ຮັບຜິດຊອບຢ່າງເຂັ້ມງວດ ຮັບປະກັນຄວາມສະຫງົບ ໃນໄລຍະໃນໄລຍະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຄັ້ງນີ້.
ຂ່າວ: ວຽງຈັນທາຍ
ຮູບ: Lao National Radio