ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ກະຊວງການຕ່າງປະເທດ ແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ຂຶ້ນໃນວັນທີ 1 ມີນາ ນີ້ ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ ແຫ່ງ ສປປ ລາວ ຊຶ່ງມີ ທ່ານນາງ ຈອມ ນິ ມູນ (CHAM Nimul) ລັດຖະມົນຕີກະຊວງການຄ້າ ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ທ່ານ ຫງວຽນ ຈີ ຢຸງ (Nguyen Chi Dzung) ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກບັນດາຂະແໜງການທີ່ກ່ຽວຂ້ອງຂອງ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ ລວມທັງບັນດາແຂວງຢູ່ເຂດສາມຫຼ່ຽມພັດທະນາ CLV ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາບັນຫາສຳຄັນຕ່າງໆ ຂອງຂອບການຮ່ວມມື CLV ເຊັ່ນ: ໄດ້ທົບທວນຄືນ ການຈັດຕັ້ງປະຕິບັດຜົນຂອງກອງປະຊຸມ ຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ຊຶ່ງໄດ້ຈັດຂຶ້ນໃນເດືອນ ມີນາ 2019 ທີ່ ກໍາປູເຈຍ ແລະ ທົບທວນຜົນຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11 ຜ່ານມາ ໂດຍການເປັນປະທານຂອງ ສປປ ລາວໃນປີ 2020 ແລະ ໄດ້ຮັບຮອງ 3 ເອກະສານທີ່ສຳຄັນ ຄື: 1). ບົດລາຍງານການທົບທວນຄືນແຜນແມ່ບົດ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ຮອດປີ 2020 ແລະ ສະບັບປັບປຸງຮອດປີ 2030; 2). ແຜນປະຕິບັດງານ ວ່າດ້ວຍການເຊື່ອມຈອດດ້ານເສດຖະກິດ CLV ຮອດປີ 2030; 3). ແຜນຈັດຕັ້ງປະຕິບັດແຜນພັດທະນາການທ່ອງທ່ຽວ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ສຳລັບປີ 2020-2025 ແລະ ວິໄສທັດຮອດປີ 2030 ແລະ ໄດ້ຮ່ວມປຶກສາຫາລືກ່ຽວກັບ ບັນດາເອກະສານ ແລະ ເນື້ອໃນທີ່ສໍາຄັນ ໃນການກະກຽມໃຫ້ແກ່ກອງປະຊຸມສຸດຍອດ CLV ຄັ້ງທີ 12 ຄາດວ່າຈະຈັດຂຶ້ນ ທີ່ ຣາຊະອານາຈັກກຳປູເຈຍ ໃນທ້າຍປີນີ້.
ນອກຈາກນັ້ນ, ຍັງໄດ້ພິຈາລະນາການຈັດຕັ້ງປະຕິບັດກົນໄກການຮ່ວມມືຕ່າງໆ ເປັນຕົ້ນແມ່ນແຜນພັດທະນາການທ່ອງທ່ຽວ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ແລະ ໄດ້ຊຸກຍູ້ພາກສ່ວນກ່ຽວຂ້ອງ ຂອງສາມປະເທດ ໃຫ້ສືບຕໍ່ເຮັດວຽກຮ່ວມກັນ ເພື່ອໃຫ້ສຳເລັດບັນດາເອກະສານສຳຄັນ ຄື: ຮ່າງບົດສຶກສາແຜນພັດທະນາອຸດສາຫະກຳຢາງພາລາຢູ່ ເຂດສາມຫຼ່ຽມພັດທະນາ CLV ແລະ ຮ່າງບົດລາຍງານການທົບທວນຄືນແຜນແມ່ບົດ ວ່າດ້ວຍການພັດທະນາ ເສດຖະກິດ-ສັງຄົມເຂດສາມຫຼ່ຽມພັດທະນາ CLV 2010-2020 ແລະ ຮ່າງສະບັບປັບປຸງ 2020-2030, ການຈັດຕັ້ງຜັນຂະຫຍາຍສັນຍາວ່າດ້ວຍການສົ່ງເສີມ ແລະ ອຳນວຍຄວາມສະດວກທາງດ້ານການຄ້າ ໃນເຂດ CLV DTA ແລະ ການຜັນຂະຫຍາຍແຜນປະຕິບັດງານວ່າດ້ວຍການເຊື່ອມຈອດເສດຖະກິດ CLV ຮອດປີ 2030.
ໃນກອງປະຊຸມຄັ້ງນີ້ ຍັງມີກິດຈະກຳປິ່ນອ້ອມຕ່າງໆເຊັ່ນ: ກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ທ່ອງທ່ຽວ, ກອງປະຊຸມເວທີປຶກສາຫາລືຊາວໜຸ່ມ CLV ແລະ ງານວາງສະແດງສິນຄ້າ, ການທ່ອງທ່ຽວ ແລະ ງານສິລະປະ.
ກອງປະຊຸມດັ່ງກ່າວ, ແມ່ນເປັນຂີດໝາຍອັນສຳຄັນຂອງການຮ່ວມມື 3 ປະເທດ ໂດຍສະເພາະເປັນເວທີປຶກສາຫາລື ທີ່ສຳຄັນ ໃນການຊຸກຍູ້ການພັດທະນາ ແລະ ຫຼຸດຜ່ອນຄວາມທຸກຍາກ ຂອງເຂດສາມຫຼ່ຽມພັດທະນາ CLV ແນໃສ່ສ້າງການຮ່ວມມືໃນຂົງເຂດດັ່ງກ່າວໃຫ້ກາຍເປັນພາກພື້ນການຮ່ວມມືແຫ່ງສັນຕິພາບ ແລະ ການພັດທະນາຢ່າງແທ້ຈິງ.
ກອງປະຊຸມດັ່ງກ່າວໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ແລະເຫັນດີເປັນເອກະພາບທີ່ຈະສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງຂອງສາມປະເທດເຮັດວຽກຮ່ວມກັນ ເພື່ອໃຫ້ສຳເລັດບັນດາເອກະສານສໍາຄັນຕ່າງໆແນໃສ່ເປັນການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ຫວຽດນາມ CLV ຄັ້ງທີ 12 ທີ່ຈະຈັດຂຶ້ນ ທີ່ ຣາຊະອານາຈັກກຳປູເຈຍ ໃນຕໍ່ໜ້າ.
ຂ່າວ: ກະຊວງການຕ່າງປະເທດ