Vientiane Times Lao
ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025 ໄດ້ປຶກສາຫາລື ຫຼາຍວຽກງານສໍາຄັນຂອງຊາດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025 ໄດ້ປຶກສາຫາລື ຫຼາຍວຽກງານສໍາຄັນຂອງຊາດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025 ໄດ້ດໍາເນີນເປັນເວລາ 1 ວັນເຄິ່ງ ຂອງວັນທີ 27 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.

ໃນກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຄື ວຽກງານພົ້ນເດັ່ນ ປະຈໍາເດືອນກຸມພາ ແລະ ທິດທາງແຜນການ ປະຈຳເດືອນມີນາ 2025 ຂອງລັດຖະບານ, ມາດຕະການເພື່ອບັນລຸຄາດໝາຍເສດຖະກິດເຕີບໂຕ 4.8% ແລະ ຄາດໝາຍມະຫາພາກ ອື່ນໆທີ່ກໍານົດໄວ້ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025, ເຜີຍແຜ່ຜົນການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນໍາພັກ-ລັດຕົ້ນປີ 2025, ທິດທາງຜັນຂະຫຍາຍ ແລະ ແບ່ງຄວາມຮັບຜິດຊອບໃຫ້ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ, ແຜນການສ້າງ ແລະ ປັບປຸງກົດໝາຍ 5ປີ (2026-2030) ແລະ ການປັບປຸງຮ່າງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ; ຮ່າງລັດຖະບັນຍັດ ວ່າດ້ວຍເຂດຍຸດທະສາດປ້ອງກັນຊາດ; ຮ່າງຍຸດທະສາດ ການຄຸ້ມຄອງທີ່ດິນ ຂອງຂະແໜງການສຶກສາທິການ ແລະ ກິລາ; ຮ່າງແຜນດໍາເນີນງານ ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ປີ 2025-2030 ແລະ ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນຍັງສືບຕໍ່ຜັນແປຢ່າງສະຫຼັບສັບຊ້ອນ ແລະ ເພີ່ມທະວີຄວາມຮຸນແຮງ ຢູ່ບາງຈຸດ ໂດຍສະເພາະບັນຫາຂໍ້ຂັດແຍ້ງ-ແຂ່ງຂັນຕ່າງໆ, ການປັບປ່ຽນນະໂຍບາຍໃໝ່ ຂອງປະເທດມະຫາອຳນາດ, ບັນຫາໄພທຳມະຊາດ, ພະຍາດລະບາດ ກໍຄື ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວຂອງເສດຖະກິດໂລກ ໂດຍສະເພາະຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ; ໄດ້ຍົກໃຫ້ເຫັນບາງວຽກງານພາຍໃນປະເທດ ທີ່ບັນດາຂະແໜງການກ່ຽວຂ້ອງ ກໍຄື ໃນທົ່ວສັງຄົມ ຈະຕ້ອງໄດ້ພ້ອມກັນສືບຕໍ່ສຸມໃສ່ແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ໂດຍສະເພາະ ອັດຕາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າແພງເຮັດໃຫ້ຄ່າຄອງຊີບສູງຂຶ້ນ ລວມທັງຄົ້ນຄວ້າບັນດາມາດຕະການແກ້ໄຂ ແລະ ວິທີການໃນການປ້ອງກັນພະຍາດຕາມລະດູການ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ລວມທັງການພັດທະນາເສດຖະກິດ-ສັງຄົມ ຂອງປະ ເທດເຮົາ.

ຂ່າວຈາກ: ກົມປະຊາສຳພັນ ຫສນຍ.

Related Articles

Leave a Reply