ກະຊວງສາທາລະນະສຸກ ແລະ ພະແນກສາທາລະນະສຸກໃນຂອບເຂດທົ່ວປະເທດ ມີແຜນທີ່ຈະລົບລ້າງ 6 ພະຍາດຕິດຕໍ່ ພາຍໃນ 14 ປີຂ້າງໜ້ານັບແຕ່ປີ 2022 ຫາ ປີ 2035 ຊຶ່ງປະກອບມີພະຍາດຂາຊ້າງ ວາງແຜນຈະລົບລ່້າງໃນປີ 2022, ພະຍາດໄຂ້ມາລາເຣຍ ເປົ້າໝາຍລົບລ້າງໃນປີ 2023, ສຳລັບພະຍາດ P.f ແລະ P.v ຢູ່ 13 ແຂວງໃນປີ 2025, ເຊື້ອ ເຮສໄອວີ/ພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ເປົ້າໝາຍລົບລ້າງໃນປີ 2030, ພະຍາດວັນນະໂລກ ເປົ້າໝາຍລົບລ້າງໃນປີ 2030 ແລະ ພະຍາດໃບໄມ້ໃນເລືອດ ເປົ້າໝາຍລົບລ້າງໃນປີ 2035.
ແຜນລົບລ້າງພະຍາດດັ່ງກ່າວໄດ້ມີການສົນທະນາແລກປ່ຽນຄວາມຄິດຄວາມເຫັນທີ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄວບຄຸມພະຍາດຕິດຕໍ່ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ທີ່ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ແຂວງວຽງຈັນ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ປອ ດຣ.ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ຕາງໜ້າພະແນກສາທາລະນະສຸກໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ