Vientiane Times Lao
ກະຊວງສາທາສຸມໃສ່ການເຝົ້າລະວັງການລະບາດຂອງພະຍາດອັກເສບປອດ

ກະຊວງສາທາສຸມໃສ່ການເຝົ້າລະວັງການລະບາດຂອງພະຍາດອັກເສບປອດ

ກະຊວງສາທາລະນະສຸກໄດ້ເອົາໃຈໃສ່ໃນ ການເຝົ້າລະວັງການລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (Novel Corona Virus-nCOV) ທີ່ກຳລັງລະບາດຢູ່ ສປ ຈີນ.

ກະຊວງດັ່ງກ່າວໄດ້ລາຍງານໃນມື້ວານນີ້ ວັນທີ 25 ມັງກອນ 2020 ວ່າ ສປປ ລາວ ມາຮອດປັດຈຸບັນນີ້ຍັງບໍ່ມີລາຍງານກໍລະນີ ສົງໄສເທື່ອ, ເຊິ່ງ ທາງກະຊວງສາທາລະ ນະສຸກ ໄດ້ເອົາໃຈໃສ່ຕິດຕາມສະພາບການຢ່າງໃກ້ຊິດ ແລະ ຈັດຕັ້ງປະຕິບັດວາງມາດຕະການໃນການປ້ອງກັນ ໂດຍສະເພາະ ການພົວພັນປະສານງານກັບແຕ່ລະພາກສ່ວນເພື່ອອັບເດດສະພາບການປະຈຳວັນ.

ສັງລວມສະພາບການຂອງພະ ຍາດ nCOV ເພື່ອລາຍງານການນຳກະຊວງ ແລະ ຫ້ອງວ່າການລັດຖະບານ, ສັງລວມທີມແພດສູນກາງທີ່ສາມາດສື່ສານພາສາຈີນໄດ້ ໃນບັນດາໂຮງໝໍສູນກາງ ພ້ອມທັງຈັດຕາຕະລາງປະຈຳການເພື່ອໂທຕິດຕໍ່ກໍລະນີມີຄົນເຈັບສົງໄສທີ່ເປັນຊາວຈີນມາບໍລິການ.

ພ້ອມກັນນີ້ ທາງກະຊວງສາທາລະນະສຸກ ຍັງມີການວິເຄາະ ແລະ ເຝົ້າລະວັງ ໂດຍສໍາເລັດການຮ່າງແບບຟອມການສອບສວນການລະບາດພະຍາດ nCOV, ແບບຟອມກໍລະນີສໍາພັດຂອງພະຍາດ nCOV, ໂທຕິດຕາມ ແລະ ສອບຖາມ ປະຫວັດພ້ອມທັງໃຫ້ຄຳແນະນຳແກ່ຜູ້ທີ່ໂທເຂົ້າມາປືກສາໃນສາຍດ່ວນ 166 ແລະ ສາຍດ່ວນ IHR ຂອງກົມຄວບຄຸມ ພະຍາດຕິດຕໍ່.

ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກໄດ້ຈັດຕາຕະລາງປະຈຳການຂອງ ແພດໝໍໃນໂຮງໝໍສູນກາງເພື່ອໂທຕິດຕໍ່ກໍລະນີມີຄົນເຈັບສົງໄສທີ່ເປັນຄົນຈີນມາໃຊ້ບໍລິການ ແລະ ສະເໜີຂໍນໍ້າຢາລ້າງມືຈາກກົມອາຫານ ແລະ ຢາ, ພ້ອມທັງສຳເລັດແຈກຢາຍ ໃຫ້ພະແນກສາທາແຂວງ (ໂຮງໝໍແຂວງ ແລະ ດ່ານທົ່ວປະເທດ), ແລະ ກະກຽມແຈກຢາຍໃຫ້ 5 ໂຮງໝໍສູນກາງ, ໂຮງໝໍທະຫານ ແລະ ຕຳຫຼວດ.

ກະຊວງສາທາຍັງໄດ້ສຳເລັດສ້າງຂໍ້ມູນຂ່າວສານ nCOV ທີ່ເຮັດເປັນ 3 ພາສາ ຄື ພາສາລາວ, ຈີນ ແລະ ອັງກິດ ເພື່ອແຈກຢາຍ ໃຫ້ຜູ້ໂດຍສານຂາເຂົ້າຢູ່ສະໜາມບີນ ແລະ ດ່ານຕ່າງໆ ເຊິ່ງເລີ່ມແຈກຢາຍແລ້ວສຳລັບ ສະໜາມບິນສາກົນວັດໄຕ ພ້ອມທັງສຳເລັດ ໃຫ້ຂໍ້ມູນຂ່າວສານ ແລະ ຄວາມຮູ້ກ່ຽວກັບພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກ nCOV ໃຫ້ພະນັກງານຢູ່ສະໜາມ ບີນສາກົນວັດໄຕ ພ້ອມທັງວິທີປ້ອງກັນຕົນເອງ ແລະ ກົນໄກການປະສານງານເວລາພົບຜູ້ໂດຍສານທີ່ສົງໄສເປັນພະຍາດດັ່ງ ກ່າວ.

ນອກຈາກນີ້ ທາງກະຊວງສາທາລະນະສຸກ ຍັງໄດ້ຕິດຕໍ່ພົວພັນຢ່າງໃກ້ສິດກັບພາກສວ່ນ ທີ່ກ່ຽວຂ້ອງຂອງລັດຖະບານ ສປຈີນ ໃນການອັບເດດຂໍ້ມູນກ່ຽວກັບໄວຣັດ ແລະ ການເດີນທາງໄປມາ ເຂົ້າ-ອອກ ຂອງປະ ຊາຊົນທັງສອງປະເທດ.

ອີງຕາມຂໍ້ມູນຈາກ ຄະນະກຳມະການ ສາທາລະນະສຸກແຫ່ງຊາດ ຂອງ ສປ ຈີນ (China National Health Commission) ໄດ້ລາຍງານໃນມື້ວານນີ້ ວ່າ: ໃນ ວັນທີ 31 ທັນວາ 2019 ສປ ຈີນ ໄດ້ມີລາຍງານກໍລະນີຄົນເຈັບທີເປ້ນພະຍາດອັກເສບປອດ ທີ່ເກີດຈາກເຊື້ອ novel Corona Virus ມີ 27 ກໍລະນີ ໂດຍບໍ່ຮູ້ແຫຼງທີມາຂອງເຊື້ອພະຍາດ ຢູ່ ເມືອງ ອຸຫັນ, ແຂວງ ຫູເປິຍ ສປ ຈີນ ໂດຍທີ່ຄົນເຈັບຈໍານວນດັ່ງກາວມີປະຫວັດ ພົວພັນກບຕະຫຼາດຂາຍອາຫານທະເລສົດ ໃນເມືອງດັ່ງກ່າວ, ຄົນເຈັບສ່ວນຫຼາຍມີອາການ: ໄຂ້, ໄອ, ເຈັບຄໍ ແລະ ຫາຍໃຈຍາກ ແລະ ມີປະຫວັດ ສໍາຜັດກົບສັດເປັນ ຫຼື ຕາຍ ແລະ ນັກວິທະ ຍາສາດຍັງໄດ້ຄົ້ນຄວ້າຈາກການສອບຖາມ ປະຫວັດຄົນເຈັບແມ່ນເປັນໄປໄດ້ທີ່ພະຍາດດັ່ງກາວມີການຕິດຕໍ່ຈາກຄົນສູ່ຄົນ.

ມາຮອດວັນທີ 25 ມັງກອນ 2020 ຢູ່ ສປ ຈີນ ມີຄົນເຈັບ ພະຍາດອັກເສບປອດ ທີ່ເກີດຈາກເຊື້ອ novel Corona Virus  ທັງໝົດ 1,287 ກໍລະນີ, ເສຍຊີວິດ 41 ກໍລະນີ (ເມືອງ ອູຫັນ 39 ກໍລະນີ ແລະ ອີກ 2 ກໍລະນີຈາກເມືອງ ອື່ນ) , ຄົນເຈັບໜັກ 237 ກໍລະນີ ການລາຍງານສະເພາະໃນ ສປ ຈີນ ມີລາຍງານທັງໝົດ 29 ເມືອງ, ປັດຈຸບັນກຳລັງຕິດຕາມຜູ້ສຳຜັດ ແລະ ໃກ້ຊິດຄົນເຈັບຕິດເຊື້ອ 15,197 ຄົນ. ກໍລະນີຄົນເຈັບຈາກ ເມືອງ ອູຫັນ ເດີນ ທາງໄປປະເທດອື່ນມີຄື: ຮອງກົງ  5 ກໍລະນີ, ມາເກົ້າ  2 ກໍລະນີ, ໄຕ້ຫວັນ 3 ກໍລະນີ, ປະເທດໄທ  4 ກໍລະນີ ແລະ ເປັນຄົນໄທ 1 ກໍລະນີ (2 ກໍລະນີປີ່ນປົວດີຂຶ້ນ), ປະເທດ ຍີ່ປຸ່ນ 2 ກໍລະນີ (1 ກໍລະນີປີ່ນປົວດີຂຶ້ນ), ສະທາລະນະລັດເກົາຫຼີ 02 ກໍລະນີ, ຫວຽດນາມ 2 ກໍລະນີ, ສິງກະໂປ  3 ກໍລະນີ, ສະຫະລັດອາເມລິກາ 2 ກໍລະນີ, ເນປານ 1 ກໍລະນີ (ລາຍງານໃໝ່) ແລະ ຝຣັ່ງ 2 ກໍລະນີ (ລາຍງານໃໝ່).

ປະຈຸບັນທາງກະຊວງສາທາ ກຳລັງຕິດຕາມ ການກັບຄືນມາຢ້ຽມຍາມບ້ານເກີດເມືອງນອນຂອງບັນດານັກສຶກສາລາວທີ່ໄປຮຽນຢູ່ປະເທດຈີນ ຢ່າງໃກ້ຊິດ ເພາະຄາດວ່າ ຈະມີຈຳນວນເປັນຮ້ອຍຄົນ.

 

ຂ່າວ: ວຽງຈັນທາຍ

ພາບ: ອົງການອະນາໄມໂລກ/ກະຊວງສາທາລະນະສຸກ

Related Articles

Leave a Reply