ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ສປປ ລາວ ກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ໄດ້ມອບລູກລະເບີດທີ່ຕົກຄ້າງ ແລະ ສຳພາວຸດທີ່ປອດທາດແຕກ ໃຫ້ກະຊວງປ້ອງກັນປະເທດ ເພື່ອນໍາໃຊ້ເຂົ້າໃນການວາງສະແດງຢູ່ຫໍພິິພິທະພັນກອງທັບປະຊາຊົນລາວ, ຊຶ່ງປະກອບມີລູກບົມໃຫ່ຍ, ບົ່ມບີ, ລູກປືນຄົກ, ລູກປືນໃຫຍ່, ລູກຈະຫຼວດ, ສໍາພາວຸດອື່ນໆອີກຈໍານວນ 14 ລາຍການ.
ນອກຈາກນີ້, ຍັງໄດ້ມອບຂໍ້ມູນທີ່ສຳຄັນ ແລະຈໍາເປັນຈໍານວນໜຶ່ງເຊັ່ນ: ແຜນທີ່ການຖິ້ມລະເບີດຂອງ ສ. ອາເມລິກາ, ແຜ່ນປ້າຍໂຄສະນາກ່ຽວກັບລະເບີດລູກຫວ່ານ, ແຜນທີ່ປະຕິບັດງານຂອງອົງການປະຕິບັດງານເພື່ອມະນຸດສະທໍາ ແກ້ໄຂບັນຫາລູກລະເບີດບໍ່ທັນແຕກ, ແຜ່ນປ້າຍໂຄສະນາສຶກສາຄວາມສ່ຽງໄພຈາກລູກລະເບີດບໍ່ທັນແຕກ, ຟິມວີດີໂອ ກ່ຽວກັບການສົ່ງເສີມການແກ້ໄຂບັນຫາ ລບຕ ແລະ ຂໍ້ມູນກ່ຽວກັບການຖິ້ມລະເບີດຂອງ ສ.ອາເມລິກາຢູ່ ສປປ ລາວ.
ພິທີມອບ-ຮັບ ລະເບີດທີ່ຕົກຄ້າງ ແລະ ສຳພາວຸດອື່ນໆ ຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2021, ທີ່ ຫ້ອງວາງສະແດງພິພິທະພັນປະຫວັດສາດກອງທັບ, ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ນາງ ໃບຄໍາ ຂັດທິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ແລະ ທ່ານ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ຂໍ້ມູນ: ຂ່າວສານ ຮສສ