Vientiane Times Lao
ກະຊວງ ສສກ ຈະສະເໜີລັດຖະບານ ພິຈາລະນາເປີດການຮຽນ-ການສອນ

ກະຊວງ ສສກ ຈະສະເໜີລັດຖະບານ ພິຈາລະນາເປີດການຮຽນ-ການສອນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ມີແຜນຈະສະເໜີຄະນະສະເພາະກິດ ກໍ່ຄືລັດຖະບານ ໃນກໍລະນີຫາກມີການອະນຸມັດໃຫ້ເປີດການຮຽນ-ການສອນ ແລະ ດໍາເນີນກິດຈະກໍາກິລາກາຍະກໍາ ພາຍຫຼັງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ.

ແຜນການສະເໜີດັ່ງກ່າວແມ່ນໄດ້ຮັບຮອງໃນກອງປະຊຸມ ຂອງ ສສກ ເມື່ອບໍ່ດົນມານີ້ ພາຍໃຕ້ການເປັນປະທານຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງ ສສກ.

ແຜນທີ່ຈະນໍາສະເໜີລັດຖະບານ ລວມມີ ຂະແໜງສຶກສາ ແລະ ກິລາ ອາດຈະໄດ້ເປີດກາຮຽນ-ການສອນ ໃນສາຍສາມັນສຶກສາ, ສ້າງຄູ, ອາຊີວະສຶກສາ, ການສຶກສາຊັ້ນສູງ ແລະ ການສຶກສາສົງ ສຳລັບປີສຸດທ້າຍ ຄື ປ5, ມ4, ມ7 ແລະ ປີສຸດທ້າຍຂອງບັນດາວິທະຍາໄລ ແລະ ມະຫາວິທະຍາໄລ ຈົນເຖິງກາງເດືອນກໍລະກົດ 2020.

ສໍາລັບຫ້ອງອື່ນໆ ນອກຈາກປີສຸດທ້າຍນັ້ນ ແມ່ນມີແຜນຈະເລີ່ມຮຽນໃນວັນທີ 2 ມີຖຸນາ 2020 ເປັນຕົ້ນໄປຈົນເຖິງທ້າຍເດືອນກໍລະກົດ, ສ່ວນການສຶກສາກ່ອນໄວຮຽນອາດຈະໄດ້ໂຈະການຮຽນ-ການສອນ ຕະຫຼອດສົກນີ້.

ສໍາລັບກິລາກາງແຈ້ງ ແລະ ກິລາໃນຮົ່ມ ແມ່ນໃຫ້ປະຕິບັດຕາມເງື່ອນໄຂຂອງຄະນະສະເພາະກິດ, ພ້ອມກັນນັ້ນກໍ່ໃຫ້ສະຖາບັນການສຶກສາທັງພາກລັດ ແລະ ເອກະຊົນ ທີ່ມີເງື່ອນໄຂເປີດການຮຽນ-ການສອນທາງໄກ ແລະ ແບບອອນລາຍ ໃຫ້ສືບຕໍ່ປະຕິບັດໄປຈົນຈົບຫຼັກສູດຂອງຕົນ.

ຂ່າວ: ວຽງຈັນທາຍ

ພາບ: ເພັັດໂພໄຊ

Related Articles

Leave a Reply