Vientiane Times Lao
ກະຊວງ ຮສສ ກຽມຊ່ວຍຜູ້ທີ່ຢຸດວຽກ, ຜູ້ຫຍຸ້ງຍາກຂາດເຂີນທີ່ພັກອາໄສ, ອາຫານການກິນ ໃນຕົວເມືອງໃຫຍ່ ແລະ ເຂດທີ່ມີການລະບາດຂອງພະຍາດໂຄວິດ-19

ກະຊວງ ຮສສ ກຽມຊ່ວຍຜູ້ທີ່ຢຸດວຽກ, ຜູ້ຫຍຸ້ງຍາກຂາດເຂີນທີ່ພັກອາໄສ, ອາຫານການກິນ ໃນຕົວເມືອງໃຫຍ່ ແລະ ເຂດທີ່ມີການລະບາດຂອງພະຍາດໂຄວິດ-19

ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມກໍາລັງເກັບກໍາຂໍ້ມູນຜູ້ທີ່ໄດ້ຮັບຜົນກະທົບໜັກຈາກການ ແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະຜູ້ທີ່ຢຸດວຽກ, ຜູ້ຫຍຸ້ງຍາກຂາດເຂີນທີ່ພັກອາໄສ, ອາຫານການກິນ ໃນຕົວເມືອງໃຫຍ່ ແລະ ເຂດທີ່ມີການລະບາດຂອງພະຍາດ ເພື່ອກຽມຊ່ວຍເຫຼືອ.
ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ລາຍງານກ່ຽວກັບນະໂຍບາຍ ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ເມື່ອວັນທີ 12 ພຶດສະພາ 2021 ທີ່ຜ່ານມານີ້ໃຫ້ຮູ້ວ່າ: ປັດຈບັນນີ້ ກະຊວງ ຮສສ ໄດ້ອອກແຈ້ງການເຖິງພະແນກ ຮສສ ແຂວງ, ເມືອງ ແລະ ນະຄອນຫຼວງວຽງຈັນ ເພື່ອເກັບກໍາຂໍ້ມູນແຮງງານນອກລະບົບປະກັນສັງຄົມ ແລະ ປະຊາຊົນທຸກຍາກທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19ໂດຍສະເພາະແມ່ນແຮງງານນອກລະບົບ ປະກັນສັງຄົມ, ປະຊາຊົນທຸກຍາກ ແລະ ສົ່ງມາໃຫ້ກະຊວງ ຮສສ ບໍ່ໃຫ້ກາຍວັນທີ 15 ພຶດສະພາ 2021. ການເກັບກໍາຂໍ້ມູນດັ່ງກ່າວນີ້ແມ່ນເລັ່ງໃສ່ສະເພາະຜູ້ທີ່ໄດ້ຮັບຜົນກະທົບໜັກເປັນຕົ້ນແມ່ນ: ຜູ້ທີ່ຢຸດວຽກ, ຜູ້ຫຍຸ້ງຍາກຂາດເຂີນທີ່ພັກອາໄສ, ອາຫານການກິນ ໃນຕົວເມືອງໃຫຍ່ ແລະ ເຂດທີ່ມີການລະບາດຂອງພະຍາດໂຄວິດ-19 ກ່ອນ.
ທ່ານ ປະເດີມພອນ ແຈ້ງໃຫ້ຮູ້ຕື່ມວ່າ: ສໍາລັບຫົວໜ່ວຍແຮງງານທີ່ຖືກສັ່ງໂຈະການດໍາເນີນທຸລະກິດຊົ່ວ ຄາວຈາກຂະແໜງການທີ່ກ່ຽວຂ້ອງແມ່ນໃຫ້ພິຈາລະນາຊ່ວຍເຫຼືອຜູ້ອອກແຮງງານຕາມຄວາມສາມາດ ເພື່ອຮັກສາຜູ້ອອກແຮງງານໄວ້ ແລະ ເພື່ອເຮັດໃຫ້ຜູ້ອອກແຮງງານເຫຼົ່ານັ້ນໄດ້ສືບຕໍ່ດໍາລົງຊີວິດໄດ້ໂດຍພື້ນຖານ ພ້ອມດຽວກັນນັ້ນ, ກໍໃຫ້ເກັບກໍາຈໍານວນຜູ້ອອກແຮງງານຜູ້ທີ່ມີຄວາມຈໍາເປັນ ຕ້ອງໄດ້ຮັບການ ຊ່ວຍເຫຼືອ ສະເພາະຖ້າມີ ເພື່ອລາຍງານຫາອົງການລັດຄຸ້ມຄອງແຮງງານ (ພະແນກ ຮສສ ຂອງແຂວງ ແລະ ນະຄອນຫຼວງ ວຽງຈັນ) ເພື່ອເປັນຂໍ້ມູນໃນການຊອກຫາວິທີການຊ່ວຍເຫຼືອຕາມຄວາມເປັນຈິງຈາກລັດຖະບານ, ຜູ້ອອກແຮງງານທີ່ເປັນສະມາຊິກຂອງອົງການປະກັນສັງຄົມແຫ່ງຊາດທີ່ໄດ້ຖືກໃຫ້ພັກວຽກ ຫຼື ເຮັດວຽກຢູ່ໃນຫົວໜ່ວຍແຮງງານທີ່ຕ້ອງໄດ້ຢຸດກິດຈະການນັບແຕ່ວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ ຈະໄດ້ຮັບເງິນນະໂຍບາຍອຸດໜູນວ່າງງານ ແຕ່ຕ້ອງມີເງື່ອນໄຂໃນການມອບເງິນສົມທົບເຂົ້າກອງທຶນ ປະກັນສັງຄົມຢ່າງໜ້ອຍ 6 ເດືອນຂຶ້ນໄປໃນໄລຍະ 12 ເດືອນ ນັບແຕ່ເດືອນ ເມສາ 2021 ຄືນຫຼັງ, ໄລຍະໃນການປະຕິບັດອຸດໜູນວ່າງງານ ແມ່ນຈະອີງໃສ່ໄລຍະທີ່ລັດຖະບານປະກາດມາດຕະການເພື່ອຕອບ ໂຕ້ກັບການແຜ່ລະບາດຂອງເຊື້ອພະຍາດເທົ່ານັ້ນ ຊຶ່ງຈະມີການກໍານົດໃນລະບຽບການສະເພາະຕ່າງຫາກ.

Related Articles

Leave a Reply