ການແກ້ໄຂບັນການຂາດແຮງງານທີ່ມີສີມື ໃນຂະແໜງການທ່ອງທ່ຽວ ແລະ ບໍລິການ ຖືກຍົກໃຫ້ເປັນ 1 ໃນຈຸດສຸມສຳຄັນຂອງ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໃນການສົ່ງເສີມວຽກງານການທ່ອງທ່ຽວ.
ຄຳຄິດເຫັນດັ່ງກ່າວ ມາຈາກ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ຊຸດທີ II ຄັ້ງວັນທີ 9 ກໍລະກົດ 2024 ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ແລະ ບັນດາສະມາຊິກສະພາປະຊາຊົນເຂດເລືອກຕັ້ງທີ I ເຂົ້າຮ່ວມ.
ການທ່ອງທ່ຽວ ແມ່ນຂະແໜງບໍລິການ ທີ່ຕິດພັນກັບຫຼາຍພາກສ່ວນ ລວມທັງພາກລັດ ແລະ ທຸລະກິດ ທີ່ເປັນຜູ້ສະໜອງການບໍລິການ ໃຫ້ແກ່ທຸລະກິດການທ່ອງທ່ຽວ, ທັງຍັງເປັນວຽກງານສຳຄັນທີ່ຕິດພັນກັບການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ.
ແຕ່ຢ່າງໃດກໍຕາມ, ດ້ວຍສະພາບການໃນປັດຈຸບັນ ແຮງງານທີ່ມີສີມືໃນຂະແໜງການດັ່ງກ່າວ ໃນປະເທດເຮົາ ທີ່ປຽບເໝືອນເຄື່ອງຈັກໃນການຂັບເຄື່ອນວຽກງານການບໍລິການ ແລະ ການທ່ອງທ່ຽວ ຍັງບໍ່ພຽງພໍທີ່ຈະຕອບສະໜອງຄວາມຕ້ອງການໃນການຊຸກຍູ້ວຽກງານການທ່ອງທ່ຽວໄດ້ດີເທົ່າທີ່ຄວນ.
ອີງຕາມການລາຍງານຂອງ ໜັງສືພີມ ເສດຖະກິດ-ການຄ້າ, ທ່ານ ນາງ ວຽງພອນ ແກ້ວຄູນສີ ກ່າວວ່າ: ໃນວຽກສົ່ງເສີມການທ່ອງທ່ຽວ ພາຍໃນ ນະຄອນຫຼວງວຽງຈັນ ແມ່ນພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແມ່ນຈະເອົາໃຈໃສ່ດັ່ງນີ້: 1). ບັນຫາຂາດແຄນແຮງງານທີ່ມີສີມື ໃນທຸລະກິດການທ່ອງທ່ຽວ, ຄວນຈະຕ້ອງໄດ້ມີການສ້າງຢ່າງເປັນລະບົບທັງໄລຍະສັ້ນ ແລະ ໄລຍະຍາວ, ພ້ອມນັ້ນກໍຕ້ອງສ້າງເງື່ອນໄຂ ແລະ ສິ່ງແວດລ້ອມທີ່ດີໃນການເຮັດວຽກເພື່ອຫຼຸດຜ່ອນບັນດາແຮງງານເຄື່ອນຍ້າຍ; 2). ບັນຫາຜູ້ປະກອບການທຸລະກິດຈໍານວນໜຶ່ງລະເມີດລະບຽບການຄຸ້ມຄອງ, ເຖິງວ່າໄດ້ມີການແກ້ໄຂ, ກ່າວເຕືອນ, ສຶກສາອົບຮົມ ແລະ ປັບໃໝ ແຕ່ຍັງບໍ່ທັນແກ້ໄຂໄດ້ຢ່າງຂາດຕົວ; 3). ບັນຫາສິນຄ້າເຄື່ອງທີ່ລະນຶກທີ່ຜະລິດຢູ່ພາຍໃນຍັງບໍ່ຫຼາກຫຼາຍ, ທັງລາຄາຂ້ອນຂ້າງສູງ; 4). ໂຄງລ່າງພື້ນຖານເພື່ອເຂົ້າເຖິງແຫຼ່ງທ່ອງທ່ຽວບາງບ່ອນຍັງມີຄວາມຫຍຸ້ງຍາກ, ນັກທ່ອງທ່ຽວບໍ່ປະທັບໃຈ; 5). ການປະສານສົມທົບ ແລະ ຮ່ວມມື ລະຫວ່າງພາກລັດ ແລະ ຜູ້ປະກອບການທຸລະກິດການທ່ອງທ່ຽວ, ໂດຍສະເພາະທຸລະກິດສະຖານທີ່ທ່ອງທ່ຽວຄວນເພີ່ມທະວີການໂຄສະນາ ແລະ ພັດທະນາສິ່ງອຳນວຍຄວາມສະດວກໃຫ້ຫຼາຍ.
ອີງຕາມການລາຍງານຂອງ ຂ່າວສານປະເທດລາວ, ໃນໄລຍະ 5 ເດືອນຕົ້ນປີ 2024 ນີ້, ນະຄອນຫຼວງວຽງຈັນ (ນວ) ມີນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ທັງໝົດ 674.196 ເທື່ອຄົນ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 26,31%. ໃນຂະນະທີ່ ມີນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ໃນທຸລະກິດການທ່ອງທ່ຽວ 58 ຫົວໜ່ວຍ, ໃນນັ້ນ, ທຸລະກິດດ້ານທີ່ພັກແຮມ 16 ຫົວໜ່ວຍ, ທຸລະກິດອາຫານ-ເຄື່ອງດື່ມ 20 ຫົວໜ່ວຍ, ບໍລິສັດທ່ອງທ່ຽວ 16 ຫົວໜ່ວຍ, ສະຖານທີ່ທ່ອງທ່ຽວ 2 ຫົວໜ່ວຍ ແລະ ທຸລະກິດນວດ ແລະ ສະປາ 4 ຫົວໜ່ວຍ.
ຮູບພາບ: ແສງຈັນ, ປະເທດລາວ