ວັນທີ 2 ມັງກອນ 2025 ນີ້, ຄຽງຄູ່ກັບລົດໄຟຂົນສົ່ງສິນຄ້າສາກົນຂອງທາງລົດໄຟລາວ-ຈີນ ທີ່ໄດ້ບັນທຸກຜັກ ແລະ ໝາກໄມ້ສົດຂະບວນໜຶ່ງໄດ້ອອກເດີນທາງຈາກສະຖານີຫວາງເຈ່ຍຢິງຕາເວັນຕົກຂອງນະຄອນຄຸນໝິງ ແຂວງຢຸນນານ ແລະ ແລ່ນລົງໃຕ້ໄປສູ່ປະເທດລາວຢ່າງວ່ອງໄວ, ເປັນຂີດໝາຍສະແດງໃຫ້ເຫັນວ່ານັບແຕ່ເປີດນຳໃຊ້ທາງລົດໄຟລາວ-ຈີນ ໃນປີ 2021 ເປັນຕົ້ນມາ, ຍອດປະລິມານຂົນສົ່ງສິນຄ້າໄດ້ມີເຖິງຫຼາຍກວ່າ 50 ລ້ານໂຕນ.
ຕາມສະຖິຕິ, ຍອດປະລິມານຂົນສົ່ງສິນຄ້າຜ່ານທາງລົດໄຟດັ່ງກ່າວໃນປີ 2024 ໄດ້ມີເຖິງ 19.600.000 ໂຕນ, ໄດ້ຮັກສາຢູ່ໃນລະດັບຫຼາຍກວ່າ 5 ໝື່ນໂຕນຕໍ່ມື້,ໃນນັ້ນປະລິມານຂົນສົ່ງສິນຄ້າຂ້າມຊາຍແດນມີເຖິງ 4.780.000 ໂຕນ, ປະລິມານສິນຄ້ານຳເຂົ້າຫຼາຍກວ່າປະລິມານສິນຄ້າສົ່ງອອກຢ່າງຫຼວງຫຼາຍ ເຊີ່ງໄດ້ສະແດງໃຫ້ເຫັນເຖິງຄວາມຕ້ອງການຂອງຕະຫຼາດ ແລະ ຄວາມມີຊີວິດຊີວາດ້ານການຄ້າທີ່ເຂັ້ມແຂງ.
ການຂົນສົ່ງສິນຄ້າຜ່ານທາງລົດໄຟ ລາວ-ຈີນ ໄດ້ມີການຫັນປ່ຽນຢ່າງຈະແຈ້ງຄື “ຈາກການເປີດນຳໃຊ້ຮອດການແລ່ນສະດວກ, ຈາກການແລ່ນສະດວກຮອດການແລ່ນໄວ ແລະ ຈາກການແລ່ນໄວຮອດການແລ່ນຫຼາຍຖ້ຽວ”, ເຊີ່ງໄດ້ໃຫ້ການສະໜັບສະໜູນດ້ານກຳລັງການຂົນສົ່ງທີ່ເຂັ້ມແຂງແກ່ການລົງເລິກການຮ່ວມມືໃນຫຼາຍດ້ານລະຫວ່າງຈີນກັບບັນດາປະເທດອາຊຽນເຊັ່ນ: ການຄ້າ, ການລົງທຶນ ແລະ ດ້ານອື່ນໆ ຍິ່ງໄດ້ເພີ່ມພະລັງແຮງທີ່ເຂັ້ມແຂງເຂົ້າໃນການໄປມາຫາສູ່ກັນດ້ານເສດຖະກິດການຄ້າໃນສາກົນຕື່ມອີກ.
ທີ່ມາ: CMG