Vientiane Times Lao
ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ​ນີ້ ​ໄດ້​ເລີ່ມ​ຂຶ້ນ​ແລ້ວ

ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ​ນີ້ ​ໄດ້​ເລີ່ມ​ຂຶ້ນ​ແລ້ວ

ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ​ນີ້ ​ໄດ້​ເລີ່ມ​ຂຶ້ນ​ແຕ່ວັນ​ທີ 14 ມັງ​ກອນ​ນີ້ ເປັນ​ຕົ້ນ​ໄປ ແລະ ຈະ​ແກ່​ຍາວຈົນ​ເຖິງວັນ​ທີ 22 ກຸມ​ພາ​ ໜ້າ​ນີ້, ​ທັງ​ໝົດເປັນ 40 ວັນ. ພາກ​ສ່ວນ​ຄົມ​ມະ​ນາ​ຄົມ​ຈີນ ​ຄາດ​ຄະ​ເນ​ວ່າ: ຈຳ​ນວນ​ຜູ້​ໂດຍ​ສານ ​​ໄປ​ມາ​ໃນ​ທົ່ວ​ສັງ​ຄົມ​ຈີນ ​ຈະ​ມີ​ເຖິງ 9 ຕື້​ເທື່ອ​ຄົນ ເຊິ່ງ​ຈະສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ.

​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ​ນີ້, ລະ​ບົບ​ທາງ​ລົດ​ໄຟ​ຈີນ​ ຈະ​ຂົນ​ສົ່ງ​ຜູ້​ໂດຍ​ສານຫຼາຍ​ກວ່າ 510 ລ້ານ​ເທື່ອ​ຄົນ, ສະ​ເລ່ຍ​ແລ້ວ​ ມີ​ 12,75 ລ້ານ​ເທື່ອ​ຄົນ​ຕໍ່​ມື້, ເພີ່ມ​ຂຶ້ນ 5,5% ເມື່ອ​ທຽບ​ໃສ່​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ຂອງ​ປີ​ກາຍ. ພາກ​ສ່ວນ​ທາງ​ລົດ​ໄຟ ​ຈະ​​ເປີດ​ໃຫ້​ບໍ​ລິ​ການ​ຂະ​ບວນ​ລົດ​ໄຟຫຼາຍກວ່າ 14.000 ຖ້ຽວ​ຕໍ່​ມື້.

ອົງ​ການ​ການ​ບິນ​ພົນ​ລະ​ເຮືອນ​ຈີນ ​ຄາດ​ຄະ​ເນ​ວ່າ: ​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ​ນີ້, ຈະ​ຂົນ​ສົ່ງ​ຜູ້​ໂດຍ​ສານຫຼາຍກວ່າ 90 ລ້ານ​ເທື່ອ​ຄົນ, ​ຈະ​ເປີດ​ໃຫ້​ບໍ​ລິ​ການ​ຖ້ຽວ​ບິນ​ໃນ​ທົ່ວ​ປະ​ເທດ 18.500 ຖ້ຽວ​ຕໍ່​ມື້, ເພີ່ມ​ຂຶ້ນ 8,4% ເມື່ອ​ທຽບ​ໃສ່​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ຂອງ​ປີ​ກາຍ.

ພາກ​ສ່ວນ​ຄົມ​ມະ​ນາ​ຄົມ​ຈີນ​ ຄາດ​ຄະ​ເນ​ວ່າ: ​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ​ນີ້, ຜູ້​ຂັບ​ລົດອອກ​ເດີນ​ທາງ​ດ້ວຍ​ຕົນ​ເອງ​ ຈະ​ມີ​ເຖິງ 7,2 ຕື້​ເທື່ອ​ຄົນ ເຊິ່ງ​ກວມ​ປະ​ມານ 80% ຂອງ​ຈຳ​ນວນ​ຜູ້​ໂດຍ​ສານ​ໃນ​ທົ່ວ​ສັງ​ຄົມ​ຈີນ.

ຂ່າວ: CMG FM93

Related Articles

Leave a Reply