ລາຄາອາຫານແພງຢູ່ ເມືອງວັງວຽງ ແຂວງວຽງຈັນ ຍັງເປັນປະເດັນທີ່ສັງຄົມສົນໃຈ ແລະ ມີການໂພດສໃບບິນລາຄາອາຫານທີ່ແພງຢູ່ ເມືອງວັງວຽງຕາມສືສັງຄົມອອນລາຍ ໂດຍສະເພາະແມ່ນເຟດສບຸກ, ຫຼ້າສຸດ ອໍານາດການປົກຄອງເມືອງວັງວຽງໄດ້ອອກມາຢັ້ງຢືນ ແລ້ວວ່າ ເປັນຍ້ອນການຈັດການສະແດງຄອນເສີດຢູ່ສະຖານທີ່ດັ່ງກ່າວ.
ທ່ານ ບຸນຜອງ ດວງວິໄລ ເຈົ້າເມືອງວັງວຽງໄດ້ໃຫ້ສຳພາດຕໍ່ທີມງານວຽງຈັນທາຍມື້ເຊົ້ານີ້ວັນທີ 17 ທັນວາ 2019 ວ່າ ອາຫານທີ່ແພງ ແລະ ໃບບິນລາຄາອາຫານທີ່ໄດ້ຖືກໂພດສລົງສື່ສັງຄົມອອນລາຍ ໃນວັນທີ 14 ທັນວາ ທີ່ຜ່ານມານັ້ນ ແມ່ນມາຈາກບັນດາເຈົ້າຂອງທຸລະກິດຮ້ານອາຫານ ແລະ ເຄື່ອງດື່ມທີ່ໄດ້ການປະມູນມາຂາຍໃນໄລຍະທີ່ຈັດງານຄອນເສີດເທົ່ານັ້ນ.
ທ່ານ ເຈົ້າເມືອງໄດ້ອະທິບາຍວ່າ: ພວກເຮົາກໍ່ໄດ້ຍິນ ແລະ ໄດ້ເຫັນໃບບິນລາຄາອາຫານທີ່ແພງ ຕາມສື່ສັງຄົມອອນລາຍທີຫຼາຍຄົນໄດ້ແຊ ແລະ ກໍ່ເປັນຄວາມຈິງ ທີ່ມີເຫດການດັ່ງກ່າວ ເຊິ່ງເກີດຈາກບັນດາຮ້ານຂາຍອາຫານ ແລະ ເຄື່ອງດື່ມທີ່ໄດ້ໄປປະມູນຂາຍໃນໄລຍະຈັດງານຄອນເສີດທີ່ໄດ້ຈັດຂື້ນໃນວັນທີ 13-14 ທັນວາທີ່ຜ່ານມາ ເທົ່ານັ້ນ. ສະນັ້ນ ປີໜ້າຈະບໍ່ມີເຫດການລາຄາອາຫານແພງໃນໄລຍະຈັດຄອນເສີດຄືປີນີ້ຢ່າງແນ່ນອນ ເພາະມີປະສົບການຈາກປີນີ້ແລ້ວ ຊຶ່ງທາງເມືອງຈະໃຊ້ມາດຕະການຢ່າງເດັດຂາດໃນການກວດສອບ.
ທ່ານ ບຸນຜອງ ໄດ້ກ່າວຕື່ມວ່າ ສະເພາະລາຄາອາຫານທີ່ແພງຕາມຮ້ານກິນດື່ມ ແລະ ຮ້ານອາຫານຕ່າງໆຢູ່ຕາມແຫຼ່ງທ່ອງທ່ຽວພາຍໃນເມືອງ ແມ່ນສາມາດຄວບຄຸມໄດ້ແລ້ວ ຍ້ອນວ່າໄດ້ມີການຕັ້ງໜ່ວຍສະເພາະກິດພາຍໃນເມືອງ ແລະ ມີການຕັ້ງກຸ່ມຮ້ານບັນເທີງ, ຮ້ານອາຫານ ເພື່ອຄອບຄຸມລາຄາກັນແລ້ວ.
ຂ່າວ : ສົມພາວັນ
ພາບ: ລາວທາມສ