Vientiane Times Lao
ການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ພາກໃຕ້ຍັງບໍ່ພຽງພໍ

ການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ພາກໃຕ້ຍັງບໍ່ພຽງພໍ

ເຖິງແມ່ນວ່າປະຊາຊົນໃນຂອບເຂດ ທົ່ວປະເທດໄດ້ອອກມາໃຫ້ການຊ່ວຍ ເຫຼືອໃນດ້ານຕ່າງໆນັບແຕ່ໄດ້ເກີດເຫດນ້ຳຖ້ວມ 6 ແຂວງ ພາກກາງ ແລະ ພາກໃຕ້ ນັບແຕ່ທ້າຍເດືອນແລ້ວນີ້ມາເຖິງປະຈຸບັນ ແຕ່ຄວາມຕ້ອງການຂອງຜູ້ທີ່ ຖືກຜົນກະທົບຈາກໄພພິບັດດັ່ງກ່າວ ຍັງມີຫຼາຍ.
ສະນັ້ນ, ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ໃນມື້ວານນີ້ 06/09/2019 ໄດ້ອອກແຈ້ງການ ຫຼ້າສຸດເພື່ອຂຸ້ນຂ້ຽວປຸກລະດົມການ ຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຜູ້ຖືກ ເຄາະຮ້າຍດັ່ງກ່າວ.
ໃນແຈ້ງການໄດ້ລະບຸໄວ້ວ່າ: ດ້ວຍ ຄວາມເປັນຫ່ວງເປັນໃຍຕໍ່ບຸກຄົນ ແລະ ຄອບຄົວຜູ້ປະສົບເຄາະຮ້າຍ ຈາກໄພພິບັດຄັ້ງນີ້, ພັກ ແລະ ລັດ ກໍ່ໄດ້ມີການຈັດຕັ້ງຊີ້ນໍາ ການຊ່ວຍ ເຫຼືອສຸກເສີນຮີບດ່ວນ ດ້ວຍການສົມ ທົບລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນ ການກອບກູ້ເອົາຊີວິດ ແລະ ຊັບສິນຂອງປະຊາຊົນ, ຊຶ່ງໄດ້ເຮັດ ໃຫ້ຜູ້ປະສົບເຄາະຮ້າຍ ມີຄວາມ ປອດໄພ ແລະ ໄດ້ຮັບການບັນເທົາ ທຸກເບື້ອງຕົ້ນ. ດັ້ງນັ້ນ, ກະຊວງ ແຮງ ງານ ແລະ ສະຫວັດດີການສັງຄົມ ໃນນາມປະທານຄະນະກໍາມະການ ປ້ອງກັນ ແລະ ຄວບຄຸມໄພພິບັດບັນ ດາເຜົ່າ ໄດ້ອອກແຈ້ງການສະບັບນີ້ ເຖິງເພື່ອນມິດສະຫາຍຜູ້ຢູ່ໃກ້ ແລະ ຢູ່ໄກ ເພື່ອຂໍການຊ່ວຍເຫຼືອອັນຮີບ ດ່ວນໃນຄັ້ງນີ້ດ້ວຍ ເປັນຕົ້ນ: ເຂົ້າສານ, ອາຫານ-ນໍໍາດື່ມ, ຢາປົວພະຍາດ, ເຄື່ອງໃຊ້ໃນຄົວເຮືອນ ຫຼື ວັດຖຸເງິນຄໍາ ແລະ ອື່ນໆ.
ສໍາລັບຜູ້ທີ່ປະສົງຢາກປະກອບສ່ວນ ໃນການແກ້ໄຂບັນເທົາທຸກໃນຄັ້ງນີ້ ສາມາດປະກອບສ່ວນດ້ວຍຕົນເອງ ຫຼື ປະສານງານມາຍັງ ກົມສັງຄົມສົງເຄາະ ໃນນາມກອງເລຂາຄະນະກໍາມະການ ປ້ອງກັນ ແລະ ຄວບຄຸມໄພພິບັດ ແຫ່ງຊາດ (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕຶກ 3 ຊັ້ນ) ຫຼື ໂອນເຂົ້າບັນຊີ: ກອງທຶນຊ່ວຍເຫຼືອຜູ້ ປະສົບເຄາະຮ້າຍ ຈາກໄພພິບັດ ກະຊວງ ແຮງງານ ແລະ ສະຫວັດ ດີການສັງຄົມ.
ເລກບັນຊີ:
1. ບັນຊີສະກຸນເງິນກີບ: 010110001508937001
2. ບັນຊີສະກຸນເງິນບາດ: 010110201508937001
3. ບັນຊີສະກຸນເງິນໂດລາ: 010110101508937001
ທ່ານສາມາດຕິດຕໍ່ທາງກົມສັງຄົມສົງ ເຄາະໄດ້ທຸກໆວັນເລີ່ມແຕ່ ເວລາ 07:30 ໂມງ ເປັນຕົ້ນໄປ.
ໂທ: 020 22228154, 020 55622477, 020 59695968, 020 22219355, 020 54864666, 020 22238555, 020 22727273, 021 213005 ແລະ 021 222776.
ເນື່ອງຈາກສະພາບອາກາດ ແລະ ພາຍຸໜູນເຂດຮ້ອນ ໂພດູ ຫົວທີ 2 ແລະ ລົມພະຍຸດີເປຣຊັນ ຄາຈິກິ ພັດຜ່ານບັນດາແຂວງ ພາກເໜືອ, ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໃນທ້າຍເດືອນສິງຫາ ຫາຕົ້ນ ເດືອນກັນຍາ 2019, ຊຶ່ງເຮັດໃຫ້ ຝົນຕົກໜັກ ແລະ ນ້ໍາຖ້ວມ ຢູ່ 6 ແຂວງ ຄື: ແຂວງ ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ແຂວງ ອັດຕະປື ສົ່ງຜົນກະທົບໂດຍກົງ ຕໍ່ຊີວິດ ແລະ ຊັບສິນ ທັງພາກລັດ ແລະ ຂອງປະຊາຊົນ, ສ້າງຄວາມ ເສຍຫາຍ ຕໍ່ທີ່ຢູ່ອາໃສ, ບ້ານເຮືອນ, ພື້ນທີ່ການຜະລິດ, ສັດລ້ຽງ, ເສັ້ນທາງ, ຂົວ, ໂຮງໝໍ, ໂຮງຮຽນ, ສຸກສາລາ, ໄຟຟ້າ, ແຫຼ່ງນ້ໍາກິນ ນ້ໍາໃຊ້, ອື່ນໆ ເປັນຈໍານວນຫຼວງຫຼາຍ.
ຂ່າວ: ສຸກນີລັນດອນ
ພາບ: ວຽງສະຫວັນ ແລະ ກຸ່ມສະຫະພັນເຈັດສະກີນະຄອນຫຼວງ ແລະ ບີບີໂອໂຕຊອັບ

Related Articles

Leave a Reply