ວັນທີ 14 ກໍລະກົດນີ້, ພິທີເປີດການຊ້ອມຮົບຮ່ວມ ໃນຫົວຂໍ້ “ການຮ່ວມມືທາງທະເລ-2024” ລະຫວ່າງ ຈີນ-ຣັດເຊຍໄດ້ໄຂຂຶ້ນ ຢູ່ທ່າກຳປັ່ນການທະຫານແຫ່ງໜຶ່ງ ຢູ່ນະຄອນຈ້ານຈ່ຽງ ແຂວງກວາງຕຸ້ງ ປະເທດຈີນ. ການຊ້ອມຮົບຮ່ວມຄັ້ງນີ້ ໄດ້ສ້າງຕັ້ງກອງບັນຊາການຮ່ວມ, ປະກອບດ້ວຍກອງທັບເຮືອສອງປະເທດຈີນ-ຣັດເຊຍ.
ໃນພິທີໄຂ, ຜູ້ບັນຊາການໃຫຍ່ການຊ້ອມຮົບຮ່ວມຝ່າຍຈີນ ກ່າວວ່າ: ສອງຝ່າຍ ມີການແລກປ່ຽນໃນຂົງເຂດວິຊາການຢ່າງກວ້າງຂວາງ, ກົນໄກການຊ້ອມຮົບຮ່ວມທາງທະເລ ນັບມື້ນັບສົມບູນຂຶ້ນ, ຄວາມສາມາດດ້ານການຈັດຕັ້ງປະຕິບັດການເຄື່ອນໄຫວການທະຫານຮ່ວມທາງທະເລ ຂອງກອງທັບເຮືອສອງປະເທດ ໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ຜູ້ບັນຊາການໃຫຍ່ການຊ້ອມຮົບຮ່ວມຝ່າຍຣັດເຊຍ ກ່າວວ່າ: ການຈັດການຊ້ອມຮົບຮ່ວມທາງທະເລ ສາມາດຍົກສູງລະດັບການປະສານສົມທົບຮ່ວມ ແລະ ເຕັກນິກວິຊາການຂອງກອງທັບຮ່ວມ ລະຫວ່າງສອງຝ່າຍ ຢ່າງບັງເກີດຜົນ ເຊິ່ງໄດ້ເສີມຂະຫຍາຍບົດບາດສຳຄັນເຂົ້າໃນການຮ່ວມກັນປົກປັກຮັກສາຄວາມໝັ້ນຄົງທາງທະເລ ແລະ ພາກພື້ນ.
ຂ່າວ: CRI-FM93