ລັດວິສາຫະກິດການບິນລາວໄດ້ອອກແຈ້ງການ ຜ່ານເຟສບຸກຂອງບໍລິສັດໃນມື້ນີ້ ວ່າ ມີຄວາມຈໍາເປັນຕ້ອງເລື່ອນການໃຫ້ບໍລິການຖ້ຽວບິນທຸກເສັ້ນທາງພາຍໃນ ແລະ ຕ່າງປະເທດ ອອກໄປຢ່າງບໍ່ມີກໍານົດ ເພື່ອສືບຕໍ່ປະຕິບັດມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ-19 ຂອງລັດຖະບານ.
ແຈ້ງການດັ່ງກ່າວແມ່ນເພື່ອປ່ຽນແປງຈາກກໍານົດເດີມ ທີ່ລັດວິສາຫະກິດການບິນລາວ ໄດ້ແຈ້ງເຖິງບັນດາຜູ້ໃຊ້ບໍລິການ ໃນທ້າຍເດືອນເມສາ 2020 ທີ່ຜ່ານມາ ວ່າຈະເລີ່ມໃຫ້ບໍລິການເປັນປົກກະຕິສະເພາະເສັ້ນທາງພາຍໃນປະເທດ ນັບແຕ່ວັນທີ 8 ພຶດສະພາ 2020 ນີ້ເປັນຕົ້ນໄປ.
ເພື່ອປະຕິບັດຕາມຄຳສັ່ງເລກທີ 06/ນຍ, ລົງວັນ ທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19, ສາຍການບິນລາວ ໄດ້ຢຸດບໍລິການຊົ່ວຄາວສໍາລັບເສັ້ນທາງພາຍໃນປະເທດ ນັບແຕ່ວັນທີ 1 ເມສາ 2020 ເປັນຕົ້ນມາ.
ສໍາລັບເສັ້ນທາງໄປຕ່າງປະເທດ, ລັດວິສາຫະກິດການບິນລາວ ກໍ່ໄດ້ອອກແຈ້ງການໃນວັນທີ 20 ມີນາ 2020 ຜ່ານມາ ກ່ຽວກັບການຢຸດ ບໍລິການຊົ່ວຄາວ ເຊິ່ງລວມມີ: Seoul, Changzhou, Shanghai, Wenzhou, Jinghong, Hanoi, Ho Chi Minh, Phnom Penh, Siem Reap.
ຂ່າວ: ວຽງຈັນທາຍ
ພາບ ປະກອບ