Vientiane Times Lao
<strong>ການປັ້ນຫຼໍ່ຮູບປັ້ນ ປະທານ ໄກສອນ ພົມວິຫານ ຈະສໍາເລັດທ້າຍເດືອນມິຖຸນາ </strong><strong>2023</strong>

ການປັ້ນຫຼໍ່ຮູບປັ້ນ ປະທານ ໄກສອນ ພົມວິຫານ ຈະສໍາເລັດທ້າຍເດືອນມິຖຸນາ 2023

ການປັ້ນຫຼໍ່ຮູບປັ້ນປະທານ ໄກສອນ ພົມວິຫານ ຂອງໂຄງການກໍ່ສ້າງປະດິດສະຖານອະນຸສາວະລີ ປະທານ ໄກສອນ ພົມວິຫານ ຢູ່ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ທີ່ຕັ້ງຢູ່ເຂດບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຄາດວ່າຈະສໍາເລັດທ້າຍເດືອນມິຖຸນາ 2023

ໂຄງການກໍ່ສ້າງອະນຸສາວະລີ ປະທານ ໄກສອນ ພົມວິຫານ ແມ່ນສ້າງຂຶ້ນ ເພື່ອເປັນອະນຸສອນສະຖານຈາລຶກຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງຊາດລາວ ໂດຍແມ່ນໂຮງຫຼ່ໍປະຕິມະກໍາລ້ານຊ້າງ ເປັນຜູ້ຮັບເໝົາປັ້ນຫຼ່ໍຮູບປັ້ນປະທານ ໄກສອນ ພົມວິຫານ, ເຊິ່ງມີຄວາມສູງ 7,5 ແມັດ, ຫຼ່ໍດ້ວຍທອງ ແລະ ໃຊ້ວິຊາການທີ່ຈົບຈາກຂະແໜງວິຈິດສິນທີ່ມີພອນສະຫວັນທາງດ້ານສີໄມ້ລາຍມື ແລະ ຊ່າງທີ່ມີຄວາມສຳນິຊໍານານໃນການປັ້ນຫຼໍ່, ພາຍຫຼັງປັ້ນຫຼໍ່ສໍາເລັດ ຈະໄດ້ນໍາຮູບປັ້ນປະທານ ໄກສອນ ພົມວິຫານ ມາປະດິດສະຖານໄວ້ຢູ່ຕໍ່ໜ້າວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ.

ພິທີວາງສີລາລຶກໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 15 ມີນາ 2023 ຜ່ານມານີ້ ໂດຍການເຂົ້າຮ່ວມຂອງ ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ. 

ທີ່ມາ: ຄວາມສະຫງົບ

Related Articles

Leave a Reply

error: ສົນໃຈຂໍ້ມູນ ກະລຸນາຕິດຕໍ່ກອງບັນນາທິການ