Vientiane Times Lao
ການຮ່ວມມືເພື່ອການພັດທະນາແບບຍືນຍົງທີ່ເກີດໝາກອອກຜົນໃນພາກພື້ນແມ່ນໍ້າຂອງ-ລ້ານຊ້າງ

ການຮ່ວມມືເພື່ອການພັດທະນາແບບຍືນຍົງທີ່ເກີດໝາກອອກຜົນໃນພາກພື້ນແມ່ນໍ້າຂອງ-ລ້ານຊ້າງ

ແຫຼ່ງນໍ້າຄືສິ່ງທີ່ຂາດບໍ່ໄດ້ຂອງຊິວິດ, ເປັນປັດໄຈຕົ້ນຕໍຂອງການຜະລິດ, ເປັນພື້ນຖານຂອງລະບົບນິເວດວິທະຍາ ແລະ ວັດທະນະທຳ. ຊັບພະຍາກອນແຫຼ່ງນໍ້າແມ່ນໄດ້ຕອບສະໜອງຄວາມຕ້ອງການຂັ້ນພື້ນຖານໃຫ້ແກ່ການບໍລິການຕ່າງໆໃນການຫຼຸດຜ່ອນຄວາມທຸກຍາກ ພ້ອມທັງໄດ້ສົ່ງເສີມການຈະເລີນເຕີບໂຕທາງດ້ານເສດຖະກິດ ແລະ ການປົກປັກຮັກສາສິ່ງແວດລ້ອມຕະຫຼອດເຖິງການພັດທະນາແບບຍືນຍົງ. ເຊິ່ງໄດ້ລີເລີ່ມຈາກການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ ຈົນເຖິງການຮັກສາສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ, ນໍ້າຍັງໄດ້ສົ່ງເສີມການປັບປຸງຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂື້ນ ລວມທັງສົ່ງເສີມການເຕີບໃຫຍ່ຂະຫຍາຍຕົວທີ່ມີຜົນກະທົບຢ່າງເລິກເຊິ່ງໃນການພັດທະນາເສດຖະກິດ ແລະ ສັງຄົມ.

ໃນດ້ານໜຶ່ງແລ້ວ, ສປປ.ລາວ ກໍ່ເປັນຕົວແບບໜຶ່ງ. ເຊິ່ງ ສປປ.ລາວ ກໍ່ເປັນປະເທດໜຶ່ງທີ່ພວມພັດທະນາ ແລະ ບໍ່ມີຊາຍແດນຕິດຈອດກັບທະເລ, ດັ່ງນັ້ນການພັດທະນາເສດຖະກິດ ແລະ ການປັບປຸງຍົກສູງລະດັບຊີວິດການເປັນຢູ່ຂອງປະຊາ ຊົນກໍ່ແມ່ນບູລິມະສິດອັນດັບໜຶ່ງຂອງ ສປປ.ລາວ. ການພັດທະນາເສດຖະກິດ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນແມ່ນໄດ້ເຮັດໃຫ້ມີຄວາມຮຽກຮ້ອງຕ້ອງການຢ່າງສູງໃນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນນໍ້າແບບຍືນຍົງໃນ ສປປ. ລາວ.

ສປປ.ລາວ ເປັນປະເທດໜຶ່ງທີ່ມີຊັບພະຍາກອນແຫຼ່ງນໍ້າຈໍານວນຫລາຍ ແຕ່ວ່າຊັບພະຍາກອນແຫຼ່ງນໍ້າທີ່ມີນັ້ນແມ່ນມີການ ແຈກຢາຍທີ່ບໍ່ສະໝໍ່າສະເໝີຕາມເວລາ ແລະ ສະຖານທີ່, ເຊິ່ງໃນຊ່ວງລະດູຝົນແຕ່ເດືອນມິຖຸນາ ຫາ ເດືອນພະຈິກ, ມັກຈະມີປະກົດການໄພນໍ້າຖ້ວມ ແລະ ມີນໍ້າຈໍານວນໜ້ອຍຢູ່ໃນຊ່ວງລະດູແລ້ງ ແຕ່ເດືອນທັນວາ ຫາ ເດືອນພຶດສະພາ ເຊິ່ງເຮັດໃຫ້ພົບກັບບັນຫາການຂາດແຄນນໍ້າໃນຊ່ວງນັ້ນ. ໃນຊຸມປີຜ່ານມານີ້, ເຫັນແຈ້ງວ່າສະພາບຊັບພະຍາກອນແຫຼ່ງ ນໍ້າໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດແມ່ນນັບມື້ຮ້າຍແຮງຂື້ນ. ພື້ນຖານໂຄງລ່າງໃນດ້ານການຮັກ ສາແຫຼ່ງນໍ້າຍັງບໍ່ພຽງພໍ, ກົດໝາຍ, ລະບຽບການໃນການຄຸ້ມຄອງຊັບພະຍາກອນນໍ້າ ກໍຍັງບໍ່ທັນຄົບຖ້ວນ, ຄວາມສາມາດທາງດ້ານ ວິທະຍາສາດເຕັກໂນໂລຢີ ແລະ ບຸກຄະລາກອນໃນການປົກປັກຮັກສາແຫຼ່ງນໍ້າຍັງບໍ່ພຽງພໍ, ບັນຫາການເກີດມີໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງເພີ່ມຂື້ນ. ເຊິ່ງບັນຫາເລົ່ານີ້ແມ່ນໄດ້ກາຍເປັນອຸປະສັກທີ່ສໍາຄັນຕໍ່ການພັດທະນາເສດຖະ ກິດ ແລະ ສັງຄົມແບບຍືນຍົງໃນ ສປປ ລາວ.

ໃນເດືອນ ມີນາ ປີ 2016, ກອງປະຊຸມຄັ້ງທຳອິດຂອງຜູ້ນຳຈາກບັນດາປະເທດທີ່ນອນໃນກອບການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ ເຊິ່ງໄດ້ຮັບຮອງເອົາ “ຖະແຫຼງການຊານຢາ (Sanya Declaration)”, ຖະແຫຼງການການຮ່ວມມືດັ່ງກ່າວໄດ້ລະບຸວ່າ: ການຮ່ວມມືດ້ານຊັບພະຍາກອນນໍ້າ ແມ່ນໜຶ່ງໃນ 5 ຂົງເຂດບູລິມະສິດຂອງການຮ່ວມມື, ຜູ້ນຳຂອງ 6 ປະເທດໄດ້ຕົກລົງເຫັນດີໃນການເພີ່ມທະວີການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນນໍ້າຂອງຕົນໃຫ້ຍືນຍົງ. ການຮ່ວມມືດັ່ງກ່າວໄດ້ເປີດບາດກ້າວໃໝ່ໃນການຮ່ວມມືຂອງສອງຝ່າຍຂອງກອບການຮ່ວມມືດ້ານຊັບພະຍາກອນແຫຼ່ງນໍ້າລະຫວ່າງລາວ-ຈີນ. ບັນດາອົງການທີ່ກ່ຽວຂ້ອງຂອງລາວ ແລະ ຈີນ ໄດ້ນໍາເອົາວຽກງານການອະນຸລັກປົກປັກຮັກສາແຫຼ່ງນໍ້າເຂົ້າປະສົມປະສານກັນ ແລະ ມີຄວາມພະຍາຍາມຫຼາຍໃນການຈັດຕັ້ງປະຕິບັດຄວາມເຫັນດີເຫັນພ້ອມຂອງກອງປະຊຸມ ຜູ້ນຳສອງປະເທດຍັງໄດ້ຊຸກຍູ້ຄວາມຄືບໜ້າຫຼາຍດ້ານເຂົ້າໃນວຽກງານການຮ່ວມມືດ້ານຊັບພະຍາກອນນໍ້າ.

ປີ 2017, ໂດຍການເປັນສັກຂີພິຍານຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ.ລາວ ແລະ ທ່ານ ສີຈິນພິງປະທານປະເທດ ແຫ່ງ ສປ. ຈີນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານຊັບພະຍາກອນນໍ້າ. ເຊິ່ງໃນປີ 2019 ຂ້າພະເຈົ້າໄດ້ມີການພົບປະນໍາ ສະຫາຍ ເອີ້ ຈິງ ພິງ ລັດຖະມົນຕີ ກະຊວງຊັບພະຍາກອນນໍ້າຂອງ ສປ ຈີນ ການພົບປະແມ່ນລວມມີທັງໝົດສາມຄັ້ງດ້ວຍກັນ. ຂ້າພະເຈົ້າຍັງໄດ້ຖືເປັນກຽດເຂົ້າຢ້ຽມຊົມເຂື່ອນໄຟຟ້າພະລັງງານ ນໍ້າ ຊັນເຊັຍ (Three Gorges) ແລະ ໂຄງການກໍ່ສ້າງການອວາຍນໍ້າຈາກພາກໃຕ້ ຫາ ພາກເໜືອ ຂອງສປຈີນ, ຂ້າພະເຈົ້າໄດ້ເຫັນປາຈັກຕາເຖິງຜົນສຳເລັດການກໍ່ສ້າງວຽກງານການອະນຸລັກປົກປັກຮັກສາຊັບພະຍາກອນນໍ້າຂອງ ສປ ຈີນ. ສປ ຈີນແມ່ນໄດ້ສະສົມປະສົບການທີ່ອຸດົມສົມບູນໃນການປ້ອງກັນໄພນໍ້າຖ້ວມ ແລະ ການຫຼຸດຜ່ອນໄພພິບັດ, ໂດຍສະເພາະແມ່ນໄດ້ຮັບຜົນສຳເລັດທີ່ພົ່ນເດັ່ນໃນການປ້ອງກັນໄພນໍ້າຖ້ວມ, ຕ້ານທານລົມພາຍຸ ແລະ ການກູ້ໄພສຸກເສີນ ທີ່ເກີດໃນເຂດສາຍແມ່ນໍ້າໃຫຍ່ຕ່າງໆ, ເຊິ່ງປະສົບການເລົ່ານີ້ແມ່ນບົດຮຽນອັນລໍ້າຄ່າຫຼາຍທີ່ຝ່າຍລາວຈະໄດ້ຮຽນຮູ້ນໍາ ແລະ ສິ່ງສໍາຄັນຫຼາຍທີ່ສຸດ ກໍ່ຄືເພື່ອນຮ່ວມອຸດົມການຂອງວຽກງານການປົກປັກຮັກສາຊັບພະຍາກອນນໍ້າຂອງ ສປ ຈີນ ແມ່ນມີຄວາມຈິງໃຈ ແລະ ເສຍສະຫຼະທີ່ຈະຊ່ວຍພວກເຮົາ.  ພາຍໃຕ້ກົນໄກການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ, ສອງປະເທດ ລາວ, ຈີນ ແມ່ນໄດ້ມີການຮ່ວມກັນຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືດ້ານຕ່າງໆ. ໃນນັ້ນກໍ່ຄືໂຄງການຮ່ວມມືດ້ານຊັບພະຍາກອນນໍ້າຈຳນວນໜຶ່ງ ແລະ ໂຄງການກອງທຶນພິເສດພາຍໃຕ້ກອບການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ ທີ່ກໍາລັງຈັດຕັ້ງປະຕິບັດຢູ່. ປັດຈຸບັນ, ສປ ຈີນໄດ້ຊ່ວຍກໍ່ສ້າງ ສູນຂໍ້ມູນ-ຂ່າວສານ ຊັບພະຍາກອນນໍ້າແຫ່ງຊາດໃຫ້ແກ່ປະເທດລາວ ນອກນີ້ຍັງໄດ້ຊ່ວຍກໍ່ສ້າງສະຖານີອຸທົກກະສາດ 25 ແຫ່ງ ແລະ ອີກ 25 ສະຖານີກຳລັງພວມຈັດຕັ້ງປະຕິບັດໃນການກໍ່ສ້າງ. ພ້ອມດຽວກັນກໍ່ຍັງໄດ້ຊ່ວຍພວກເຮົາລິ່ເລີ່ມໃນການສ້າງແຜນຄຸ້ມຄອງອ່າງຮັບນໍ້າໃນສາຍນໍ້າສໍາຄັນ, ແຜນຄຸ້ມຄອງດັ່ງກ່າວແມ່ນມີຜົນ ແລະ ຄວາມໝາຍອັນສໍາຄັນ ເຊິ່ງໄດ້ຮັບການຍ້ອງຍໍຢ່າງສູງຈາກລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນ. ພ້ອມດຽວກັນນີ້, ສປ ຈີນ ຍັງໄດ້ຊ່ວຍເຫຼືອຢ່າງຫຼວງຫຼາຍໃນການຝຶກຝົນຄວາມອາດສາມາດໃຫ້ແກ່ພະນັກງານພວກເຮົາ. ໃນຊຸມປີຜ່ານມານີ້, ອີງຕາມຄວາມຮຽກຮ້ອງຕ້ອງການຂອງພວກເຮົາ, ກະຊວງຊັບພະຍາກອນນໍ້າແຫ່ງ ສປ ຈີນ ແລະ ຝ່າຍລາວ ໄດ້ມີການສົ່ງທີມງານຊ່ຽວຊານເພື່ອເຂົ້າຮ່ວມແລກປ່ຽນທາງດ້ານວິຊາການຫຼາຍກວ່າ 30 ຄັ້ງ, ຜູ້ຊ່ຽວຊານຈາກຝ່າຍຈີນ 100 ກວ່າເທື່ອຄົນໄດ້ມາປະເທດລາວ ເພື່ອແລກປ່ຽນການຮ່ວມມືທາງດ້ານເຕັກນິກ ແລະ ການຝຶກອົບຮົມຕ່າງໆ. ພະນັກງານ ແລະ ຜູ້ຊ່ຽວຊານຈາກຝ່າຍລາວ 300 ກວ່າຄົນ ໄດ້ໄປປະເທດຈີນ ເພື່ອເຂົ້າຮ່ວມການແລກປ່ຽນ ແລະ ຝຶກອົບຮົມທາງດ້ານເຕັກນິກ. ກ່ອນໜ້ານີ້ ຂ້າພະເຈົ້າໄດ້ມີໂອກາດໄປຢ້ຽມຢາມ ສປ ຈີນ ເຊິ່ງໃນເທື່ອນັ້ນໄດ້ພົບກັບນັກສຶກສາລາວ 9 ຄົນທີ່ກຳລັງສຶກສາຢູ່ມະຫາວິທະຍາໄລອູຫານ ເມື່ອໄດ້ຮັບຝັງການລາຍງານກ່ຽວກັບສະພາບການຮຽນຂອງນັກສຶກສາ ຂ້າພະເຈົ້າເອງກໍ່ຮູ້ສຶກດີໃຈຫຼາຍ ແລະ ຮູ້ບຸນຄຸນຂອບໃຈລັດຖະບານຈີນທີ່ໃຫ້ຄວາມສໍາຄັນໃນການກໍ່ສ້າງບຸກຄະລະກອນໜຸ່ມນ້ອຍໃຫ້ແກ່ບັນດາປະເທດລຸ່ມແມ່ນໍ້າຂອງ. ໃນປັດຈຸບັນ, ສູນການຮ່ວມມືຊັບພະຍາກອນແມ່ນໍ້າຂອງ-ລ້ານຊ້າງ ແລະ ມະຫາວິທະຍາໄລເຫີຮາຍ ກຳລັງມີການຝຶກຝົນຮ່ວມກັນໃນການພັດທະນານັກສຶກສາຈໍານວນ 30 ກວ່າຄົນໃຫ້ໄດ້ຮຽນຈົບລະດັບປະລິນຍາໂທໃນສາຂາຂະແໜງການນໍ້າ ເຊິ່ງພວກເຂົາຈະເປັນບຸກຄະລະກອນທີ່ສໍາຄັນ ແລະ ມີຄວາມຕ້ອງການຢ່າງຮີບດ່ວນເພື່ອປະກອບເຂົ້າໃນວຽກງານການຄຸ້ມຄອງຊັບພະຍາກອນນໍ້າຢູ່ລາວໃນອານາຄົດ.

“ຍາດພີ່ນ້ອງທີ່ຢູ່ຫ່າງໄກບໍ່ເທົ່າເພື່ອນບ້ານທີ່ໃກ້ຊິດ.” ໃນຖານະທີ່ເປັນປະເທດຢູ່ຕອນເທິງຂອງອ່າງຮັບນໍ້າແມ່ນໍ້າຂອງ-ລ້ານຊ້າງ, ປະເທດຈີນຈະຮັບຜິດຊອບຢ່າງຈິງຈັງໃນການແບ່ງປັນຂໍ້ມູນໃຫ້ກັບບັນດາປະເທດຕອນລຸ່ມ ແລະ ພ້ອມກັນດໍາເນີນການຮ່ວມມືສຸກເສີນ. ໃນປີ 2016, ບັນດາປະເທດແມ່ນໍ້າຂອງທີ່ໄດ້ປະສົບໄພແຫ້ງແລ້ງໃນຮອບຮ້ອຍປີ, ສປ ຈີນໄດ້ຊ່ວຍບັນເທົາຄວາມແຫ້ງແລ້ງໂດຍການດໍາເນີນຈັດຕັ້ງປະຕິບັດການສະໜອງນໍ້າສຸກເສີນຢ່າງມີປະສິດຕິຜົນ ແລະ ໄດ້ຮັບການຕີລາຄາສູງຕໍ່ຜົນງານດັ່ງກ່າວຈາກລັດຖະບານຂອງແຕ່ລະປະເທດໃນເຂດ ແມ່ນໍ້າຂອງຕອນລຸ່ມລວມທັງ ສປປ ລາວ ຕະຫຼອດເຖິງປະຊາຄົມສາກົນ. ອັນນີ້ແມ່ນໄດ້ສະແດງເຖິງການຮ່ວມມືທີ່ແທ້ຈິງຂອງບັນດາ 6 ປະເທດທີ່ເພີ່ງພາເຊິ່ງກັນ ແລະ ກັນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ດັ່ງຄ້າຍເປັນຄອບຄົວອັນດຽວກັນ, ກໍ່ໃຫ້ເກີດເປັນສະຖານະທີ່ດີ ສຳລັບບັນດາ 6 ປະເທດທີ່ໃຫ້ການຮ່ວມມືໃນການຄຸ້ມຄອງຊັບພະຍາກອນນໍ້າ. ໃນຊ່ວງ 6 ເດືອນທ້າຍປີນີ້, ຂ້າພະເຈົ້າຈະສົ່ງຜູ້ຊ່ຽວຊານ 2-3 ຄົນໄປຮ່ວມເຮັດວຽກຢູ່ສູນການຮ່ວມມືຊັບພະຍາກອນແມ່ນໍ້າຂອງ-ລ້ານຊ້າງ, ອີກດ້ານໜຶ່ງເພື່ອຄວາມເປັນເອກະພາບກັນຂອງ 6 ປະເທດ ແລະ ອີງໃສ່ຫຼັກການຂອງການກໍ່ສ້າງ ແລະ ແບ່ງປັນຮ່ວມກັນ, ຈຶ່ງຕົກລົງຮ່ວມກັນສ້າງສູນການຮ່ວມມືດ້ານຊັບພະຍາກອນແມ່ນໍ້າຂອງ-ລ້ານຊ້າງ, ເພື່ອເຮັດໃຫ້ມີການຈັດຕັ້ງປະຕິບັດການປະ ສານງານທີ່ດີຂຶ້ນກວ່າເກົ່າ ໃນເວທີການຮ່ວມມືດ້ານຊັບພະຍາກອນແມ່ນໍ້າຂອງ-ລ້ານຊ້າງ, ອີກເທື່ອຫນຶ່ງ ແມ່ນໂອກາດອັນດີໃນການການແລກປ່ຽນສຶກສາຮຽນຮູ້ເຊິ່ງກັນ ແລະ ກັນ ລະຫວ່າງບັນດາຊ່ຽວຊານຈີນ ແລະ ປະເທດແມ່ນໍ້າຂອງຕອນລຸ່ມ, ທັງເປັນການຮັບຮູ້ເງື່ອນໄຂການຮ່ວມມືຂອງແຕ່ລະຝ່າຍ, ເພື່ອພັດທະນາກົນໄກການຮ່ວມມືດ້ານຊັບພະຍາ ກອນແມ່ນໍ້າຂອງ-ລ້ານຊ້າງໃຫ້ດີຂຶ້ນກວ່າເກົ່າ.

ໃນຂະນະທີ່ການຮ່ວມມືດ້ານຊັບພະຍາກອນນໍ້ານັບມື້ນັບເລິກເຊິ່ງ, ກະຊວງພວກຂ້າພະເຈົ້າ ຍັງໄດ້ມີການຮ່ວມມືຢ່າງ

ແໜ້ນແຟ້ນກັບກົມອຸຕຸນິຍົມ ສປ ຈີນ, ກະຊວງນິເວດວິທະຍາແລະ ສິ່ງແວດລ້ອມ ສປຈີນ, ກະຊວງຊັບພະ ຍາກອນທຳມະຊາດສປຈີນ, ການຮ່ວມມືດັ່ງກ່າວໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ການຄຸ້ມຄອງຊັບພະຍາກອນນໍ້າ ແລະ ການປົກປັກຮັກສາສິ່ງແວດລ້ອມຂອງລາວ.

ໃນວັນທີ 30 ເມສາ ປີ 2019, ທ່ານເລຂາທິການໃຫຍ່ ປະທານປະເທດບຸນຍັງ ວໍລະຈິດ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດສີຈິນຜິງ ແລະ ໄດ້ລົງນາມໃນ “ແຜນການປະຕິບັດງານຄູ່ຮ່ວມຊາຕາກຳລາວ-ຈີນ” ລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ຊຶ່ງໄດ້ລະບຸເຖິງ “ການຮ່ວມມືດ້ານຊັບພະຍາກອນແຫຼ່ງນໍ້າແມ່ນພາກສ່ວນໜຶ່ງທີ່ສຳຄັນ ຂອງການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ. ໃນປະຈຸບັນການພັດທະນາເສດຖະກິດ ແລະ ສັງຄົມຂອງລາວ ແມ່ນຢູ່ໃນຊ່ວງໄລຍະທີ່ມີການພັດທະນາຢ່າງວ່ອງໄວ, ພວກເຮົາຊື່ນຊົມໃນການສະໜັບສະໜູນການຮ່ວມມືອັນມີຄຸນຄ່າຂອງທີມງານເພື່ອນຮ່ວມອຸດົມການດ້ານຊັບພະຍາກອນນໍ້າຂອງຈີນ ພ້ອມທັງເປັນເວທີທີ່ສໍາຄັນເຂົ້າໃນຂົງເຂດການຮ່ວມມືດ້ານຊັບພະຍາກອນແມ່ນໍ້າຂອງ-ລ້ານຊ້າງ. ຂ້າພະເຈົ້າເຊື່ອໝັ້ນວ່າຜ່ານຄວາມພະຍາຍາມທີ່ບໍ່ສີ້ນສຸດຂອງປະຊາຊົນລາວ ຈະສາມາດເຮັດໃຫ້ການຄຸ້ມຄອງຊັບພະຍາກອນນໍ້າໃນລາວໄດ້ຮັບການພັດທະນາມີຄວາມກ້າວໜ້າໃນທາງບວກ ແລະ ຄວາມຜາສຸກມາໃຫ້ຄົນລາວ, ມັນຍັງສາມາດປະກອບສ່ວນອັນສຳຄັນເຂົ້າໃນການກໍ່ສ້າງເພື່ອນມິດຮ່ວມໂຊກສະຕາດຽວກັນຂອງຈີນ-ລາວ. ກົນໄກການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງປຽບເໝືອນ “ຄວາມຊິນເຄີຍຂອງປະຊົນຊົນຕໍ່ກັບດິນຟ້າອາກາດ ເຊັ່ນດຽວກັບການຕອບສະໜອງຄວາມຕ້ອງການຂອງທ້ອງຖິ່ນໃຫ້ໄດ້ຮັບຜົນທີ່ດີ” ໄດ້ກາຍເປັນໜຶ່ງໃນກົນໄກການຮ່ວມມືທີ່ມີການຂັບເຄື່ອນ ແລະ ມີໝາກຜົນຫຼາຍທີ່ສຸດໃນພາກພື້ນ. ພ້ອມທັງໄດ້ເຮັດໃຫ້ການພັດທະນາເສດຖະກິດ ແລະ ສັງຄົມມີການສະໜັບສະໜູນທີ່ມີປະສິດທິຜົນ ແລະ ເປັນເວທີທີ່ກວ້າງຂວາງສຳລັບພາກພື້ນດັ່ງກ່າວ; ພາຍໃຕ້ກົນໄກການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ ໄດ້ເຮັດໃຫ້ 6 ປະເທດໃນພາກພື້ນດັ່ງກ່າວມີການເຄົາລົບເຊິ່ງກັນ ແລະ ກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ເຮັດວຽກຮ່ວມກັນເພື່ອຮັບມືກັບສິ່ງທ້າທາຍ. ກໍ່ໃຫ້ເກີດມີບົດບາດ ແລະ ສະໜັບສະໜູນການພັດທະນາຂອງການຮ່ວມມືດ້ານຊັບພະຍາກອນນໍ້າພົ້ນເດັ່ນຂື້ນ.

ການຄຸ້ມຄອງນໍ້າແມ່ນໂຄງການທີ່ເປັນລະບົບ, ມີຄວາມສັບສົນຫຼາຍ ແລະ ຍິ່ງໄປກວ່ານັ້ນສໍາລັບການຮ່ວມມືຊັບພະຍາ ກອນນໍ້າໃນພາກພື້ນ ຂ້າພະເຈົ້າເຊື່ອວ່າເປັນໂອກາດອັນດີຂອງບັນດາ 6 ປະເທດໃນແມ່ນໍ້າຂອງ-ລ້ານຊ້າງ ຈະໄດ້ມີການໝູນໃຊ້ກອບການຮ່ວມມືດ້ານຊັບພະຍາກອນທຳມະຊາດ ໃຫ້ເກີດຜົນ ແລະ ເປັນຈຸດເລີ່ມຕົ້ນອັນໃໝ່ໃນການວາງແຜນຮ່ວມກັນໃນອະນາຄົດ, ໃຫ້ຄວາມຮ່ວມມືກັນຢ່າງເຕັມທີ່ໃນການດໍາເນີນງານ ແລະ ເຮັດໃຫ້ຊັບພະຍາກອນນໍ້າມີສ່ວນຮ່ວມໃນການສະໜັບສະໜູນການພັດທະນາເສດຖະກິດ ແລະ ສັງຄົມ. ສົ່ງເສີມໃຫ້ບັນລຸເປົ້າໝາຍໃນຂົງເຂດທີ່ກ່ຽວ ຂ້ອງກັບນໍ້າ ເຂົ້າໃນເປົ້າໝາຍການພັດທະນາແບບຍືນຍົງ 2030 ຂອງອົງການສະຫະປະຊາຊາດ ຊ່ວຍການພັດທະນາເສດຖະກິດຂອງອ່າງນໍ້າແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ, ເຮັດໃຫ້ມີຄວາມເຂັ້ມແຂງໃຫ້ແກ່ສັນຕິພາບ ແລະ ການພັດທະນາໃນພາກພື້ນດັ່ງກ່າວ.

ບົດຄວາມ ໂດຍ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

Related Articles

Leave a Reply