ອໍານາດການປົກຄອງແຂວງເຊກອງແຈ້ງໃຫ້ຮູ້ວ່າ: ການແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນແຂວງເຊກອງຍັງມີອຸປະສັກ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນປີ 2021 ນີ້ໂດຍສະເພາະແມ່ນການເຊື່ອຖືແບບງົມງວາຍທີ່ຍັງບໍ່ສາມາດລົບລ້າງໄດ້ຢ່າງຂາດຕົວ, ມີປະຊາຊົນທີ່ທຸກຍາກຈໍານວນໜຶ່ງບໍ່ໃຫ້ການຮ່ວມມືເທົ່າທີ່ຄວນກັບພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດວຽກງານແກ້ໄຂຄວາມທຸກຍາກ ນອກນັ້ນການດໍາລົງຊີວິດຂອງປະຊາຊົນທີ່ອາໄສຢູ່ເຂດຫ່າງໄກສອກຫຼິກຍັງອາໄສທໍາມະຊາດເປັນຫຼັກຈຶ່ງເຮັດໃຫ້ອັດຕາສ່ວນຄວາມທຸກຍາກຂອງປະຊາຊົນຍັງກວມອັດຕາສ່ວນສູງໂດຍສະເພາະຢູ່ 2 ເມືອງພູດອຍຄື: ເມືອງກະລຶມ ແລະ ເມືອງດາກຈຶງ.
ອໍານາດການປົກຄອງແຂວງເຊກອງໃຫ້ຮູ້ຕື່ມອີກວ່າ: ຮອດປັດຈຸບັນນີ້ຢູ່ແຂວງເຊກອງມີຄອບຄົວທີ່ບໍ່ທັນບັນລຸມາດຖານຄອບຄົວພົ້ນທຸກ 11.889 ຄອບຄົວ ເທົ່າກັບ 49,76 % ຂອງຄອບຄົວທັງໝົດພາຍໃນແຂວງ ແລະ ຍັງມີບ້ານທີ່ບໍ່ບັນລຸຕາມມາດຖານບ້ານພົ້ນທຸກ 166 ບ້ານ ເທົ່າກັບ 84,26 % ຂອງຈໍານວນບ້ານທັງໝົດພາຍໃນແຂວງ. ສະເພາະວຽກງານແກ້ໄຂຄວາມທຸກຍາກໃນຕໍ່ໜ້າ, ອໍານາດການປົກຄອງແຂວງຈະເລັ່ງປັບປຸງພື້ນຖານໂຄງລ່າງຕ່າງໆພາຍໃນແຂວງ, ຫັນປະຊາຊົນຈາກການດໍາລົງຊີວິດແບບອາໄສທໍາມະຊາດ ໂດຍການສົ່ງເສີມປູກຝັງ-ລຽ້ງສັດ, ຄ່ອຍລົບລ້າງຄວາມເຊື່ອຖືແບບງົມງວາຍເທື່ອລະກ້າວ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ
ພາບປະກອບ


