ບ້ານຍົມມະລາດ (1) ເມືອງຍົມມະລາດ ແລະ ບ້ານສອງເໝືອງເໜືອ (1) ເມືອງໜອງບົກ ຄວ້າອັນດັບ 1 ໃນການແຂ່ງຂັນ ກອງແຕ້-ກອງຈິງໃນງານບຸນນະມັດສະການພຣະທາດສີໂຄດຕະບອງປະຈໍາປີ 2025.
ການແຂ່ງຂັນ ກອງແຕ້-ກອງຈິງ ເປັນອີກໜຶ່ງກິດຈະກຳພື້ນເມືອງທີ່ສ້າງຄວາມບັນເທີງ ແລະ ເບີກບານມ່ວນຊື່ນໃຫ້ແກ່ຜູ້ຄົນທີ່ເຂົ້າມາທ່ຽວ ເຊິ່ງຈັດຂຶ້ນທຸກປີ ຄຽງຄູ່ກັບງານນະມັດສະການອົງພຣະທາດສີໂຄດຕະບອງມາແຕ່ອະດີດຈົນເຖິງປະຈຸບັນ.
ງານບຸນນະມັດສະການພຣະທາດສີໂຄດຕະບອງປະຈໍາປີ 2025 ນີ້ໄດ້ມີຈໍານວນກອງແຕ້ – ກອງຈິງເຂົ້າຮ່ວມແຂ່ງຂັນທັງໝົດ 26 ຄູ່ .ໃນນັ້ນກອງແຕ້ເຂົ້າຮ່ວມແຂ່ງຂັນ 12 ຄູ່ຄື : ວັດສີໂຄດ 1 ບ້ານມ່ວງສຸມ ເມືອງທ່າແຂກ , ວັດສີໂຄດ 2 ບ້ານມ່ວງສຸມ ເມືອງທ່າແຂກ , ວັດສີໂຄດ 3 ບ້ານມ່ວງສຸມ ເມືອງທ່າແຂກ , ວັດນາໂບ 1 ບ້ານນາໂບ ເມືອງທ່າແຂກ, ວັດນາໂບ 2 ບ້ານນາໂບ ເມືອງທ່າແຂກ , ວັດນາໂບ 3 ບ້ານນາໂບ ເມືອງທ່າແຂກ , ບ້ານສອງເໝືອງໃຕ້ 1 ເມືອງໜອງບົກ , ບ້ານສອງເໝືອງໃຕ້ 2 ເມືອງໜອງບົກ , ບ້ານສອງເໝືອງໃຕ້ 3 ເມືອງໜອງບົກ , ບ້ານຍົມມະລາດໃຕ້ 1 ເມືອງຍົມມະລາດ , ບ້ານໂພນສະຫວັນ ເມືອງຍົມມະລາດ ແລະ ບ້ານໂພນສີທົ່ງ ເມືອງຍົມມະລາດ.
ສໍາລັບກອງຈິງເຂົ້າຮ່ວມແຂ່ງຂັນ 14 ຄູ່ຄື : ບ້ານສອງເໝືອງໃຕ້ 1 ເມືອງໜອງບົກ , ບ້ານສອງເໝືອງໃຕ້ 2 ເມືອງໜອງບົກ , ບ້ານສອງເໝືອງເໜືອ 1 ເມືອງໜອງບົກ, ບ້ານສອງເໝືອງເໜືອ 2 ເມືອງໜອງບົກ ,ບ້ານສອງເໝືອງ ເໜືອ 3 ເມືອງໜອງບົກ , ບ້ານນາຈໍາປາ 1 ເມືອງໜອງບົກ , ບ້ານນາຈໍາປາ 2 ເມືອງໜອງບົກ , ບ້ານຍາງໃຫຍ່ 1 ເມືອງເຊບັ້ງໄຟ, ບ້ານຍາງໃຫຍ່ 2 ເມືອງເຊບັ້ງໄຟ,ບ້ານສັງ ເມືອງເຊບັ້ງໄຟ,ບ້ານຈອມທອງ ເມືອງທ່າແຂກ,ບ້ານໜອງປາຫຼາດ ເມືອງໜອງບົກ, ບ້ານມ່ວງລາດຄວາຍ ເມືອງທ່າແຂກ, ບ້ານນາມ່ວງ ເມືອງທ່າແຂກ .
ການແຂ່ງຂັນໄດ້ດໍາເນີນເປັນເວລາ 2 ວັນຄືນັບແຕ່ວັນທີ 10 – 11 ກຸມພາ 2025 ຜົນການແຂ່ງຂັນໃນຮອບຄັດເລືອກຈົນເຖິງຮອບຊິງຊະນະເລີດໃນວັນທີ 10 – 11 ກຸມພາ 2025 ໃນໄລຍະ 2 ວັນສາມາດສະຫຼຸບ ແລະ ສັງລວມໄດ້ຄື : ປະເພດກອງແຕ້ ອັນດັບທີ 1 ໄດ້ແກ່ ບ້ານຍົມມະລາດ (1) ເມືອງຍົມມະລາດ ໄດ້ຮັບເງິນລາງວັນ 2,500,000 ກີບ ; ອັນດັບທີ 2 ໄດ້ແກ່ ວັດສີໂຄດ ( 2 ) ບ້ານມ່ວງສຸມ ເມືອງທ່າແຂກ ໄດ້ຮັບລາງວັນ 2,000,000ກີບ ; ອັນດັບທີ 3 ໄດ້ແກ່ ບ້ານຍົມມະລາດໃຕ້ 1 ເມືອງຍົມມະລາດ ໄດ້ຮັບລາງວັນ 1,500,000 ກີບ ; ອັນດັບທີ 4 ໄດ້ແກ້ ບ້ານສອງເໝືອງໃຕ້ 3 ເມືອງໜອງບົກໄດ້ຮັບລາງວັນ 1,000,000 ກີບ ,ລາງວັນຊົມເຊີຍມີ 8 ລາງວັນ ລາງວັນລະ 800,000 ກີບລວມເປັນເງິນ 6,400,000 ກີບ.
ປະເພດກອງຈິງ ອັນດັບທີ 1 ໄດ້ແກ່ ບ້ານສອງເໝືອງເໜືອ (1) ເມືອງໜອງບົກ ໄດ້ຮັບເງິນລາງວັນ 3,000,000 ກີບ ; ອັນດັບທີ 2 ໄດ້ແກ່ ບ້ານສອງເໝືອງໃຕ້ ( 2 ) ເມືອງໜອງບົກ ໄດ້ຮັບລາງວັນ 2,500,000 ກີບ ; ອັນດັບທີ 3 ໄດ້ແກ່ບ້ານສອງເໝືອງເໜືອ (2) ເມືອງໜອງບົກ ໄດ້ຮັບລາງວັນ 2,000,000ກີບ ; ອັນດັບທີ 4 ໄດ້ແກ່ ບ້ານສອງເໝືອງໃຕ້ ( 1 ) ເມືອງໜອງບົກ ໄດ້ຮັບລາງວັນ 1,500,000 ກີບ ; ,ລາງວັນຊົມເຊີຍມີ 10 ລາງວັນ ລາງວັນລະ 1,000,000 ກີບລວມເປັນເງິນ 10,000,000 ກີບ.