ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈະຈັດການແຂ່ງຂັນຟຸດຊໍ ລາວລີກ ປະຈຳປີ 2023 FUTSAL LAO LEAGUE 2023 ໂດຍຈະເລີ່ມເປີດສາກແຂ່ງຂັນໃນວັນທີ 9 ກັນຍາ ຫາ 19 ພະຈິກ 2023 ທີ່ສະໜາມກິລາຟຸດຊໍ ຂອງ ສຕລ, ຊຶ່ງແຟນບານຟຸດຊໍ ສາມາດເຂົ້າຊົມຟຣີ ແລະ ສາມາດຮັບຊົມ ການຖ່າຍທອດສົດໄດ້ທີ່ ເພສເຟສບຸກ LAOSFUTSALLEAGUE ,YouTube LAOFF TV.
ການແຂ່ງຂັນລາຍການນີ້ ມີ12 ທີມ ປະກອບມີ: ທີມຟຸດຊໍ ເບ ສະຫວັນ, ທີເອັມ , ມາສະດາ ຈີບີ, ບຸມີ ເຟີນີເຈີ, ເຫນືອ-ໃຕ້, ຄິງດອມ, ຊີທີເອ ພາວເວີ້ , ເອຟເອຈເອວ, ນະຄອນຫຼວງ, ເລີບ ສະປາ, ວີເຊີນ ແລະ ອາສາ ພາວເວີ່.
ສໍາລັບ ຕາຕະລາງ ການແຂ່ງຂັນໃນອາທິດທີ1 ວັນເສົາທີ 9 ກັນຍາ 2023: ເວລາ 14:00 ທີມຟຸດຊໍ ເບ ສະຫວັນ ພົບກັບ ທີເອັມ, ເວລາ 16:00 ທີມຟຸດຊໍ ມາສະດາ ຈີບີ ພົບກັບ ບຸນມີ ເຟີນີເຈີ ແລະ ເວລາ 18:00 ທີມຟຸດຊໍ ເໜືອ-ໃຕ້ ພົບກັບ ຄິງດອມ.
ວັນອາທິດທີ 10 ກັນຍາ 2023: ເວລາ 14:00 ທີມຟຸດຊໍ ຊີທີເອ ພາວເວີ້ ພົບກັບ ເອຟເອຈເອວ, ເວລາ 16:00 ທີມຟຸດຊໍ ນະຄອນຫຼວງ ພົບກັບ ເລີບ ສະປາ ແລະ ເວລາ 18:00 ທີມຟຸດຊໍ ວີເຊີນ ພົບ ອາສາ ພາວເວີ່.
ແຫຼ່ງຂ່າວ: ສຕລ