Vientiane Times Lao
ການແຂ່ງຂັນມວຍລາວ ໄຟທ໌ ມີ 15 ຄູ່ ແລະ ມີນັກມວຍຈາກອີຣານ-ໄທ-ກໍາປູເຈຍ ມາຮ່ວມຊົກ

ການແຂ່ງຂັນມວຍລາວ ໄຟທ໌ ມີ 15 ຄູ່ ແລະ ມີນັກມວຍຈາກອີຣານ-ໄທ-ກໍາປູເຈຍ ມາຮ່ວມຊົກ

ການແຂ່ງຂັນມວຍລາວ ລາຍການ ມວຍລາວ ໄຟທ໌ (Muay Lao Fight) ປະຈໍາປີ 2024) ຈະຈັດຂຶ້ນໃນວັນທີ 7 ເມສາ 2024 ເລີ່ມເວລາ 17:00 ໂມງ ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ (Lao Japan Bubo Center), ໂດຍມີທັງໝົດ 15 ຄູ່ ແລະ ມີນັກມວຍຈາກປະເທດອີຣານ, ໄທ ແລະ ກໍາປູເຈຍ ມາຮ່ວມຊົກ ໃນລາຍການແຂ່ງຂັນ ຄັ້ງນີ້.

15 ຄູ່ ເຂົ້າຮ່ວມແຂ່ງຂັນມວຍລາຍການນີ້ ປະກອບມີ ມວຍຮອບ 9 ຄູ່  ມີຮຸ່ນ 51 ກິໂລ, ຮຸ່ນ 57 ກິໂລ, 65 ກິໂລ, ຮຸ່ນ 51 ກິໂລ ແລະ ຮຸ່ນ 54 ກິໂລ ແລະ ມວຍປະກອບລາຍການ 6 ຄູ່ ມີຮຸ່ນ 46 ກິໂລ, ຮຸ່ນ 52 ກິໂລ, ຮຸ່ນ 61 ກິໂລ ແລະ ຮຸ່ນ 65 ກິໂລ.

ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຮອງປະທານ ແລະ ເລຂາທິການສະຫະພັນມວຍລາວແຫ່ງຊາດ ໄດ້ກ່າວໃນພິທີຖະແຫຼ່ງຂ່າວການແຂ່ງຂັນມວຍຄັ້ງນີ້ ເມື່ອວັນທີ 2 ເມສາ 2024ນີ້ ວ່າ: ການແຂ່ງຂັນມວຍຄັ້ງນີ້ ແມ່ນເປັນການສ້າງເວທີໃຫ້ກັບນັກມວຍລາວ ໄດ້ແຂ່ງຂັນກັນກັບນັກມວຍພາຍໃນ ແລະ ຕ່າງປະເທດ ເພື່ອເປັນການພັດທະນາກິລາມວຍລາວ ຮຸ່ນເຍົາວະຊົນສືບທອດ ເພື່ອກາຍເປັນນັກກິລາທີມຊາດ ກຽມຮ່ວມແຂ່ງຂັນ ເອຊຽນ ອິນດໍເກມ ທີ່ປະເທດໄທ ໃນທ້າຍປີນີ້, ພ້ອມກັນນັ້ນ ກໍເພື່ອສ້າງບັນຍາກາດມ່ວນຊື່ນໃນການສະເຫຼີມສະຫຼອງວັນສໍາຄັນຂອງຊາດ ເປັນຕົ້ນ ສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງ ກະຊວງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ ໃນປີ 2024 ພ້ອມທັງສະເຫຼີມສະຫຼອງ ແລະ ຊົມເຊີຍເປີດປີທ່ອງງທ່ຽວລາວ 2024.

ການແຂ່ງຂັນມວຍ ຄັ້ງນີ້ ແມ່ນເປັນຄັ້ງທີ4 ພາຍຫຼັງໄດ້ຈັດກ່ອນໜ້ານີ້ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຈໍາປາສັກ.

Related Articles

Leave a Reply