ສະຫະພັນແລ່ນ-ລານແຫ່ງຊາດລາວ ຈະຈັດການແຂ່ງຂັນແລ່ນ-ລານ ທົ່ວປະເທດ ປະຈໍາປີ 2021 ລະຫວ່າງວັນທີ 28-30 ມັງກອນ 2021, ຢູ່ສະຖາບັນກິລາ-ກາຍຍະກໍາ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ຊຶ່ງການແຂ່ງຂັນລາຍການນີ້ ເນັ້ນໃສ່ພັດທະນາ ນັກກິລາຮຸ່ນໃໜ່ ທີ່ມີພອນສະຫວັນດ້ານກິລາ ເພື່ອກຽມເປັນນັກກິລາຮຸ່ນສືບທອດ ແລະ ຮ່ວມການແຂ່ງຂັນກິລາລະດັບສາກົນໃນອະນາຄົດ.
ສໍາລັບ ການແຂ່ງຂັນແລ່ນ-ລານຄັ້ງນີ້ ແມ່ນຈະມີນັກກິລາມາຈາກ ແຂວງ ວຽງຈັນ, ຊຽງຂວາງ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ, ໂດຍຈະມີຊິງກັນຫຼາຍລາຍການ ເຊັ່ນ: ແລ່ນ 100 ແມັດ ຮຸ່ນເຍົາວະຊົນ ຍິງ-ຊາຍ, ແລ່ນ 200 ແມັດ ເຍົາວະຊົນ ຍິງ-ຊາຍ, ແລ່ນ 200 ແມັດ ຮຸ່ນທົ່ວໄປ ຍິງ-ຊາຍ, ແລ່ນ 800 ແມັດ ເຍົາວະຊົນ ຍິງ-ຊາຍ, ແລ່ນຂ້າມຮົ້ວ 400ແມັດ ເຍົາວະຊົນ ຍິງ-ຊາຍ, ແລ່ນຂ້າມຮົ້ວ 400ແມັດ ຮຸ່ນທົ່ວໄປ ຍິງ-ຊາຍ, ເຕັ້ນຍາວ ເຍົາວະຊົນ ຍິງ-ຊາຍ, ເຕັ້ນຍາວ ທົ່ວໄປ ຍິງ-ຊາຍ, ຍ່າງ 3.000ແມັດ ຍິງ, ຍ່າງ 5.000ແມັດ ເຍົາວະຊົນ ຍິງ-ຊາຍ, ແລ່ນ 4×100 ແມັດ ປະສົມ ເຍົາວະຊົນ ຍິງ-ຊາຍ ແລະ ລາຍການອື່ນໆ ອີກ.
ນອກຈາກນັ້ນ ຍັງຈະມີການແຂ່ງຂັນປະເພດ ຊຸກນໍ້າໜັກ ຮຸ່ນເຍົາວະຊົນ ຍິງ-ຊາຍ, ຊຸກນໍ້າໜັກ ຮຸ່ນທົ່ວໄປ ຍິງ-ຊາຍ ແລະ ປະເພດຊັດຫຼາວ ຮຸ່ນເຍົາວະຊົນ ຍິງ-ຊາຍ, ຊັດຫຼາວ ຮຸ່ນທົ່ວໄປ ຍິງ-ຊາຍ.
ຂ່າວ: ວຽງຈັນທາຍ
ຮູບ: ສະຫະພັນແລ່ນ-ລານແຫ່ງຊາດລາວ