Vientiane Times Lao
ການແຂ່ງຂັນ ລາວ ຟຸດຊໍ ລີກ ປະຈຳປີ 2025 ຈະເປີດສາກຂຶ້ນວັນເສົານີ້

ການແຂ່ງຂັນ ລາວ ຟຸດຊໍ ລີກ ປະຈຳປີ 2025 ຈະເປີດສາກຂຶ້ນວັນເສົານີ້

ການແຂ່ງຂັນ ລາວ ຟຸດຊໍ ລີກ ປະຈຳປີ 2025 LAO FUTSAL LEAGUE 2025 ຈະເລີ່ມເປີດສາກຢ່າງເປັນທາງການໃນວັນເສົາວັນທີ 26 ເມສາ 2025 ນີ້ ແລະ ຈະປິດລົງໃນວັນທີ 26 ກໍລະກົດ 2025 ຊຶ່ງການແຂ່ງຂັນແຕ່ລະນັດ ຈະໃຊ້ສະໜາມກິລາໃນຮົ່ມ ສູນຝຶກຫ້ວຍຫົງ ສະຫະພັນບານເຕະແຫ່ງຊາດລາວ (ສຕລ).

ອີງຕາມຂໍ້ມູນສະ​ຫະ​ພັນ​ບານ​ເຕະແຫ່ງຊາດລາວ, ການແຂ່ງຂັນລາຍການນີ້ ມີ12 ທີມ ປະກອບມີ: ທີມ ເບ ສະຫວັນ (ແຊ້ມເກົ່າ), ຄິງດ້ອມ & ເອັສທີທີ ເອັຟຊີ, ເໜືອ-ໃຕ້, ຊີທີເອ ພາວເວີ້, ນະຄອນຫຼວງ, ວີເຊີນ ຢູໄນເຕັດ,ອາສາ ພາວເວີ້, ເຄເອັມທີ ເອັຟຊີ, ຈັນສີ, ລະຊະຕະ, ວີພີຊີ ເອັຟຊີ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ.

ຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບລີກພົບກັນໝົດ1 ຮອບ ສະສົມຄະແນນ ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ, ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນຮອບຕົກແລ້ວຄັດອອກ( Play-off) ນັດດຽວ, ສ່ວນທີມ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນ, ຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລຳດັບ.

ສ່ວນເງິນລາງວັນຊະນະເລີດ ແມ່ນຈະໄດ້ຮັບເງິນ 50 ລ້ານກີບ, ຮອງຊະນະເລີດ ອັນດັບ 1 ໄດ້ຮັບເງິນ 25 ລ້ານກີບ ແລະ ຮອງຊະນະເລີດອັນດັບ 2 ໄດ້ຮັບເງິນ 10 ລ້ານກີບ ແລະ ລາງວັນອື່ນໆ ອີກ.
ສຳລັບ ສະໂມສອນ ທີ່ຊະນະເລີດຈະຄວ້າສິດເປັນຕົວແທນສະໂມສອນ ຈາກ ສປປ ລາວ ເຂົ້າຮ່ວມລາຍການພາກພື້ນ ແລະ ສາກົນ.​

ທີ່ມາ: ສຕລ

Related Articles

Leave a Reply