ການນໍາກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຍ້ອງຍໍຊົມເຊີຍ, ສະແດງຄວາມປິຕິຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ ສປປ ລາວ ມີໜັງສືພິມອອນລາຍເປັນພາສາຈີນ. ການມີອັນນີ້ນັບວ່າເປັນຊ່ອງທາງທີ່ດີອັນໜຶ່ງໃນການສົ່ງເສີມການຮ່ວມມືລະຫວ່າງສອງປະເທດໃຫ້ຫຼາຍຂຶ້້ນຕື່ມ ແລະ ຫວັງວ່າການຮ່ວມມືລະຫວ່າງໜັງສືພິມພາສາຕ່າງປະເທດກັບສະມາຄົມສົ່ງເສີມເສດຖະກິດ ແລະ ການຄ້າລາວ-ຈີນ ຈະນໍາພາໄປສູ່ຄວາມສໍາເລັດໃນການເຮັດທຸລະກິດບໍລິການດ້ານສື່ ແລະ ຂໍ້ມູນຂ່າວສານເຫຼົ່ານີ້ຈະຊ່ວຍໃຫ້ຊາວຈີນໄດ້ເຂົ້າໃຈກ່ຽວກັບລາວຫຼາຍຂຶ້ນ, ມາທ່ຽວລາວ ແລະ ມາລົງທຶນຢູ່ລາວ ເພື່ອພັດທະນາ ສປປ ລາວ ແລະ ສປ ຈີນ ໃນທຸກຂະແໜງການຄຽງຄູ່ກັນໄປຕາມວິໄສທັດຂອງການນໍາທັງສອງປະເທດໄດ້ລົງນາມຮ່ວມກັນ ເປັນຕົ້ນແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວທີ່ໄດ້ຮັບການລົງນາມໂດຍເລຂາທິການໃຫຍ່ຂອງສອງປະເທດລາວ-ຈີນ ທີ່ເປັນພື້ນຖານໃຫ້ແກ່ການພົວພັນລາວ-ຈີນໃນໄລຍະໃໝ່.
ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກ່າວຕໍ່ພິທີເປີດເວັບໄຊວຽງຈັນທາຍພາສາລາວ, ພາສາຈີນ ແລະ ການລາຍງານການຈັດພິມໜັງສືພິມວຽງຈັນທາຍສະບັບພິ ເສດ ເພື່ອໂຄສະນາໃຫ້ປີທ່ອງທ່ຽວລາວ-ຈີນ, ວັນທີ 11 ຕຸລາ, 2019 ທີ່ນະຄອນຫຼວງວຽງຈັນວ່າ: ຍຸກນີ້ແມ່ນຍຸກໂລກາພິວັດ, ຍຸກຂໍ້ມູນຂ່າວສານທີ່ມີການເຊື່ອມໂຍງຢ່າງບໍ່ເຄີຍມີມາໃນສັງຄົມມະນຸດ ໂດຍສະເພາະຂໍ້ມູນຂ່າວສານຢູ່ເວັບໄຊ ແລະ ສື່ສັງຄົມອອນລາຍ.
ການທີ່ໜັງສືພິມພາສາຕ່າງປະເທດສ້າງເວັບໄຊໃສ່ຂ່າວພາສາລາວ ແລະ ພາສາຈີນ, ມີເຟສບຸກຄຽງຄູ່ກັບສື່ສິ່ງພິມແມ່ນຖືວ່າຫັນໄປຖືກທິດ, ຖືກທາງ ແລະ ໄປຕາມຍຸກຕາມສະໄໝແລ້ວ. ເພາະວ່າ ສື່ໃໝ່ນີ້ ທຸກໆຊັ້ນຄົນແມ່ນໄດ້ນໍາໃຊ້ຢ່າງກ້ວາງຂວາງຜ່ານລະບົບສັນຍານອິນເຕີເນັດຢູ່ໂທລະສັບມືຖື, ເຊິ່ງສະດວກ, ສະບາຍ, ໃຊ້ໃນເວລາໃດ ແລະ ແຫ່ງຫົນໃດກໍ່ໄດ້ຖ້າມີຄື້ນສັນຍານອີນເຕີແນັດ.
ພ້ອມນັ້ນ ຍັງໄດ້ໄປຮ່ວມມືກັບອົງການກໍ່ຄືບໍລິສັດ ໂດຍສະເພາະແມ່ນ ບິກບລູ (BigBlue Agency Laos) ເຊິ່ງເປັນຜູ້ມີປະສົບການທາງດ້ານການບໍລິການຜ່ານສື່ຢູ່ທັງພາຍໃນແລະຕ່າງປະເທດໃນນີ້ລວມທັງສື່ດັງເດີມ, ສື່ແບບໃໝ່ ແລະ ສື່ສັງຄົມອອນລາຍ, ເຊິ່ງເປັນຊ່ອງທາງໃໝ່ອັນໜຶ່ງໃນການເຮັດທຸລະກິດການບໍລິການ, ການຕະຫຼາດທີ່ໃຫຍ່, ກວ້າງຂວາງ, ວ່ອງໄວໃນການເຜີຍແຜ່ຂໍ້ມູນຂ່າວສານ ແລະ ລາຄາຖືກ ແຕ່ສາມາດໄປເຖິງທຸກໆກຸ່ມເປົ້າໝາຍ.
ທ່ານ ຮອງລັດຖະມົນຕີຍັງໄດ້ກ່າວຕື່ມວ່າ ເຖິງເວລາແລ້ວ ອົງການສື່ດັ້ງເດີມອື່ນໆ ເປັນຕົ້ນ ໜັງສືພິມ, ວິທະຍຸ ແລະ ໂທລະພາບ ຄວນປັບປຸງຕົນເອງໃຫ້ໄປຕາມຍຸກຕາມສະໄໝ, ຕາມກະແສ ແລະ ຄວາມຕ້ອງການຂອງສັງຄົມ ໃນນີ້ລວມທັງເນື້ອໃນ, ຮູບການ, ເຕັກນິກ, ວິທີການ ແລະ ການຕະຫຼາດ.
ທ່ານ ຮອງລັດຖະມົນຕີໄດ້ກ່າວຢໍ້າວ່າ “ເຖິງວ່າ ສັງຄົມທີ່ຈະເລີນກ້າວໜ້າ ແລະ ນໍາໃຊ້ເຄື່ອງທີ່ທັນສະໄໝປານ ໃດກໍ່ຕາມ ຂ້າພະເຈົ້າຂໍຍັງຢັ້ງຢືນວ່າ ບຸກຄະລາກອນເປັນປັດໄຈຕັດສິນການຄົງຕົວຂອງອົງການສື່ ແລະ ຂອງສັງຄົມ. ສະນັ້ນ ຂໍຮຽກຮ້ອງມາຍັງສື່ມວນຊົນລາວຈົ່ງຮໍ່າຮຽນເອົາສິ່ງໃໝ່ໆມາພັດທະນາອົງການຂອງຕົນໃຫ້ໄປຕາມຍຸກຕາມສະ ໄໝຢ່າງເປັນເຈົ້າການ.”
ປະຈຸບັນ ຕາມທີ່ຂ້າພະເຈົ້າໄດ້ຮັບຮູ້ມາວ່າ ພາສາຈີນໂດຍສະເພາະພາສາທາງການມັນດາລິນ (Mandarin) ກໍ່ແມ່ນໜຶ່ງໃນບັນດາພາສາທີ່ມີຄົນໃຊ້ຫຼາຍທີ່ສຸດໃນໂລກ ແລະ ຂໍ້ມູນຂ່າວສານລາວທີ່ເອົາໄປໄວ້ຢູ່ WeChat ແລະ Weibo ກໍ່ແມ່ນຖານຂໍ້ມູນຂອງກຸ່ມເຄືອຂ່າຍອິນເຕີເນັດທີ່ມີຄົນຈີນໃຊ້ຫຼາຍທີ່ສຸດໃນການສື່ສານໃນແຕ່ລະວິນາທີ.
ທ່ານ ຍັງໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ສະຖານທູດແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ສະ ຖານກົງສູນແຫ່ງ ສປ ຈີນ ປະຈໍານະຄອນຫຼວງພະບາງ ກໍຄືພັກ-ລັດ ແລະ ປະຊາຊົນຈີນໃຫ້ການສະໜູນ ແລະ ຊ່ວຍ ເຫຼືອ ສປປ ລາວ ຕະຫຼອດມາ ແລະ ຂໍໃຫ້ປີທ່ອງທ່ຽວລາວ-ຈີນກ້າວສູ່ຄວາມສໍາເລັດຕາມສອງພັກສອງລັດຄາດຫວັງ ໄວ້.
ພາບ: ຫນັງສືພິມວຽງຈັນທາຍ