ນັບຕັ້ງແຕ່ວັນທີ 11 ພະຈິກ 2024 ຫາ 18 ມັງກອນ 2025, ກຳລັງກວດກູ້ມິນສາກົນ ແຫ່ງ ສ ຣັດເຊຍ ສາມາດກວດກູ້ພື້ນທີ່ລະເບີດບໍ່ທັນແຕກຕົກຄ້າງ ໄດ້ 9,11 ເຮັກຕາ, ກວດກູ້ລະເບີດ ໄດ້ 189 ໜ່ວຍ, ເສດເຫຼັກໄດ້ທັງໝົດ 4,755 ຊິ້ນສ່ວນ, ເສດສະເກັດທັງໝົດ 11,841 ຊິ້ນສ່ວນ ຢູ່ເຂດສະໜາມກໍ່ສ້າງຫ້ອງການປົກຄອງເມືອງ ແລະ ພື້ນທີ່ກະສິກຳສິກຳເມືອງ ຢູ່ບ້ານນາໄກ່ ເມືອງວຽງໄຊ ແຂວງຫົວພັນ.
ໃນວັນທີ 19 ມັງກອນ 2025, ຢູ່ຫ້ອງປະຊຸມຫ້ອງວ່າການເມືອງວຽງໄຊ ແຂວງຫົວພັນ ໄດ້ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳເດືອນທີ 2 ໃນການຮ່ວມມືກວດກູ້ ແລະ ທຳລາຍ ລະເບີດບໍ່ທັນແຕກ ລາວ-ຣັດເຊຍ, ໂດຍການເຂົ້າຮ່ວມຂອງທ່ານ ພົນຕີ ປະສິດ ທ່ຽງທໍາ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ແຫ່ງ ສປປ ລາວ ຫົວໜ້າຄະນະຊີ້ນໍາລວມ ການຮ່ວມມືແກ້ໄຂລະເບີດບໍ່ທັນແຕກ ລາວ-ຣັດເຊຍ, ມີທ່ານ ພັນເອກ ລີຄາເຊັບ ອັນເດຣ ເປຣໂຕ ວິດ ທູດປ້ອງກັນຊາດແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະຝ່າຍ ລາວ-ຣັດເຊຍ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ພົນຕີ ປະສິດ ທ່ຽງທໍາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຄະນະຊີ້ນຳ, ຄະນະຮັບຜິດຊອບພາກສະໜາມ ແລະ ພະນັກງານ- ນັກຮົບກວດກູ້ລະເບີດຝ່າຍ ລາວ-ຣັດເຊຍ ທຸກທ່ານ ທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່, ສຸມສະຕິປັນຍາ, ທຸ້ມເທເຫື່ອແຮງເຂົ້າໃນການປະຕິບັດໜ້າທີ່ຢ່າງບໍ່ຮູ້ອິດຮູ້ເມື່ອຍ, ມີຄວາມອົດທົນ, ບຸກບືນຜ່ານຜ່າທຸກຄວາມ ຫຍຸ້ງຍາກນານາປະການ, ມີຄວາມຕັດສິນໃຈ ແລະ ມີຄວາມ ຮັບຜິດຊອບສູງ.
ໃນວັນດຽວກັນ ທ່ານ ພົນຕີ ປະສິດ ທ່ຽງທໍາ ພ້ອມດ້ວຍຄະນະ ຍັງໄດ້ລົງກວດກາສະໜາມກວດກູ້ ເຂດກໍ່ສ້າງຫ້ອງການປົກຄອງເມືອງ ແລະ ພື້ນທີກະສິກຳເມືອງ ຢູ່ບ້ານນາໄກ່ ຕື່ມອີກ.
ທີ່ມາ: ກອງທັບ