ກິລາເຕັ້ນລາວໄດ້ຮັບການຮັບຮອງ ແລະ ຢັ້ງຢືນຢ່າງເປັນທາງການເມື່ອມໍ່ໆມານີ້ ໃນກອງປະຊຸມປຶກສາຫາລືການຈັດການແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນຈະໄດ້ຮັບກຽດເປັນເຈົ້າພາບ.
ງານມະຫາກຳກິລາດັ່ງກ່າວຈະຈັດຂຶ້ນລະຫວ່າງວັນທີ 15-25 ພະຈິກ 2025 ນີ້ ໂດຍມີ 34 (ກິລາເຕັ້ນລາວເປັນກິລາບັນຈຸໃໝ່) ປະເພດກິລາ.
ສໍາລັບກິລາເຕັ້ນລາວທີ່ຈະເຂົ້າຊີງຫຼຽນຄໍາໃນວຽງຈັນເກມມີ 3 ລາຍການແຂ່ງຂັນເຊັ່ນ:ລາຍການດ່ຽວລຸ້ນທົ່ວໄປ Breaking Battle 1 vs 1 – ການແຂ່ງຂັນແບບດ່ຽວລຸ້ນທົ່ວໄປ, ປະເພດຄູ່ – ການປະສານງານລະຫວ່າງ 2 ນັກເຕັ້ນ ແລະ ປະເພດທີມ (6-8 ຄົນ) – ການເຕັ້ນແບບປະສົມທີມທີ່ສະແດງອອກເຖິງຄວາມຄິດສ້າງສັນ ແລະ ເຕັກນິກທີ່ສຳຄັນ.
ປັດຈຸບັນ, ນັກກິລາເຕັ້ນທົ່ວປະເທດ ກຳລັງເຕົ້າໂຮມຝຶກຊ້ອມຢ່າງເຂັ້ມງວດ ເພື່ອສ້າງປະຫວັດສາດໃໝ່ໃຫ້ແກ່ປະເທດຊາດ.
ແຫຼ່ງຂໍ້ມູນຂ່າວ: ວຽງຈັນໃໝ່