ໃນຕອນເຊົ້າຂອງວັນທີ 20 ກັນຍາ 2019 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ເພັດ ພົມພິພັກ, ລັດຖະມົນຕີ, ຫົວໝ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຕາງໜ້າລັດຖະບານ ຮັບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຈາກກຸ່ມບໍລິສັດລົງທຶນ ແລະ ກໍ່ສ້າງແຂວງຢູນນານຫຸ້ນສ່ວນຈຳກັດ ທີ່ໄດ້ຮັບຈາກການບໍລິຈາກ ຂອງບັນດາບໍລິສັດ ແລະ ພະນັກງານ ຢູ່ເຂດພັດທະນາກວມລວມໄຊເສດຖາ ຈຳນວນ 103,132,000 ກີບ, ຊຶ່ງແມ່ນທ່ານ ຫຼິວ ຫູ້, ຕາງໜ້າໃຫ້ກຸ່ມບໍລິສັດດັ່ງກ່າວ ເປັນຜູ້ມອບ, ໂດຍມີພະນັກງານ ທີ່ກ່ຽວຂ້ອງ ຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແລະ ກຸ່ມບໍລິສັດ ທີ່ນຳເງິນມາມອບເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ເພັດ ພົມພິພັກ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ພາກສ່ວນ ທີ່ໄດ້ນຳເອົາເງິນ ມາມອບ ເພື່ອຊ່ວຍເຫຼືອຜູ້ປະສົບໄພ ນໍ້າຖ້ວມໃນຄັ້ງນີ້. ເງິນຊ່ວຍເຫຼືອດັ່ງ ກ່າວ ແມ່ນຈະໄດ້ນຳໄປມອບໃຫ້ ກະຊວງ ແຮງງານ ແລະ ສະຫວັດ ດີການສັງຄົມ ເພື່ອນຳໄປຊ່ວຍເຫຼືອ ບັນເທົາທຸກ ແກ່ຜູ້ປະສົບໄພ ນໍ້າຖ້ວມໃນປີນີ້, ຊຶ່ງການຊ່ວຍເຫຼືອດັ່ງກ່າວ ຈະເປັນກຳລັງໃຈໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນຊ່ວຍແກ້ໄຂຊີວິດ ການເປັນຢູ່ຂອງຜູ້ປະສົບໄພນໍ້າຖ້ວມ ຢູ່ທ້ອງຖິ່ນຕ່າງໆ ແລະ ຊ່ວຍ ຜ່ານພົ້ນຄວາມຫຍຸ້ງຍາກ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຂ່າວ: ວຽງຈັນທາຍ
ພາບ: ຫ້ອງການ ສນຍ
