Vientiane Times Lao
ກຸ່ມບໍລິສັດ ດວງດີ ຈໍາກັດ ຊ່ວຍເຫຼືອແຂວງຈໍາປາສັກ ຕ້ານໂຄວິດ-19

ກຸ່ມບໍລິສັດ ດວງດີ ຈໍາກັດ ຊ່ວຍເຫຼືອແຂວງຈໍາປາສັກ ຕ້ານໂຄວິດ-19

ກຸ່ມບໍລິສັດ ດວງດີ ຈໍາກັດ ມອບລົດຈັກ ຈໍານວນ 10 ຄັນ ມູນຄ່າ 300 ລ້ານກີບ ພ້ອມດ້ວຍເງິນສົດ 100 ລ້ານກີບ ໃຫ້ແກ່ແຂວງຈຳປາສັກ ເພື່ອປະກອບສ່ວນໃນການເຄື່ອນໄຫວວຽກງານສະກັດກັ້ນ, ກັນການລະບາດ ແລະ ຄວບຄຸມພະຍາດ ໂຄວິດ-19.

ພິທີມອບ-ຮັບ ການຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນໃນວັນທີ 30 ເມສາ 2020 ຢູ່ຫ້ອງວ່າການປົກຄອງແຂວງຈໍາປາສັກ ເຊີ່ງມອບໂດຍ ທ່ານ ອຸດອນ ແກ້ວດວງດີ ປະທານກຸ່ມບໍລິສັດ ດວງດີ ຈໍາກັດ, ແລະ ໃຫ້ກຽດຮັບໂດຍ ທ່ານ ປອ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ.

ມາເຖິງປະຈຸບັນ ມີຫຼາຍພາກສ່ວນໄດ້ປະກອບສ່ວນທັງເປັນວັດຖຸ ແລະ ເງິນສົດ ໃຫ້ແກ່ວຽກງານຕ້ານພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ.

ສໍາລັບຢູ່ ສປປ ລາວ ນັບມາຮອດ ວັນທີ 30 ເມສາ 2020 ຈໍານວນຜູ້ຕິດເຊື້ອພະຍາດ ໂຄວິດ-19 ສະສົມ ຍັງເປັນ 19 ຄົນເທົ່າເດີມ ໃນນີ້ ປີ່ນປົວຫາຍດີແລ້ວ 8 ຄົນ ແລະ ຍັງສືບຕໍ່ປີ່ນປົວ 11 ຄົນ ຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ.

ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ ໜັງສືພິມຈໍາປາໃໝ່)

ພາບ: ທູນທອງໃຈ

Related Articles

Leave a Reply