ຍາດຕິພີ່ນ້ອງພໍ່ຕູ້ພວງກຽມຄົ້ນຫາພໍ່ຕູ້ພວງເປັນຮອບທີ 2 ໃນ 2-3 ວັນຂ້າງໜ້ານີ້, ຫຼັງຈາກຢຸດການຄົ້ນຫາມາໄດ້ 1 ອາທິດແລ້ວ, ຊຶ່ງພໍ່ຕູ້ພວງ ອາຍຸ 95 ປີ ໄດ້ຫາຍຕົວໄປໃນເວລາທີ່ໄປທ່ຽວກັບລູກຫຼານທີ່ນໍ້າປ່ຽນຢໍລະປາ ຢູ່ບ້ານຊຽງແລທ່າ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໃນວັນທີ 3 ຕຸລາທີ່ຜ່ານມາ.
ຫຼານຂອງພໍ່ຕູ້ພວງ (ບໍ່ປະສົງອອກນາມ) ໄດ້ກ່າວຕໍ່ທິມງານວຽງຈັນທາຍໃນຕອນເຊົ້າວັນທີ 20 ຕຸລາ 2020 ນີ້ວ່າ: ກຽມສະເໜີທາງອໍານາດການປົກຄອງເມືອງປາກງື່ມ ແລະ ພາກສ່ວນທີ່ກ່ຽວຂ້ອງມື້ນີ້ວັນທີ 20 ຕຸລາ ເພື່ອຂໍຄວາມຊ່ວຍເຫຼືອຄົ້ນຫາພໍ່ຕູ້ພວງອີກເປັນຮອບທີ 2 ຫຼັງຈາກຢຸດການຄົ້ນຫາມາແລ້ວ 1 ອາທິດ ຊຶ່ງຄາດວ່າຈະເລີ່ມການຄົ້ນຫາໃນ 2-3 ວັນຂ້າງໜ້ານີ້ ແຕ່ອາດບໍ່ມີຄວາມຫວັງທີ່ຈະພົບພໍ່ຕູ້ພວງຍັງມີຊີວິດຢູ່ ເພາະຜ່ານມາ 17 ວັນແລ້ວຈາກມື້ທີ່ເລີ່ມຫາຍຕົວໄປ.
ຫຼານຂອງພໍ່ຕູ້ພວງ ໄດ້ກ່າວຕື່ມວ່າ: ນັບແຕ່ມື້ພໍ່ຕູ້ຫາຍຕົວໄປໄດ້ເຮັດທຸກວິທີແລ້ວ ບໍ່ວ່າຈະເປັນການຄົ້ນຫາ ແລະ ທາງໃສຍະສາດ (ໝໍດູ-ໝູຜີ) ວ່າຈະພົບພໍ່ຕູ້ມື້ນັ້ນມື້ນີ້ ວັນທີນັ້ນວັນທີນີ້ ແຕ່ກໍ່ບໍ່ພົບ, ເຊື່ອວ່າການຄົ້ນຫາພໍ່ຕູ້ເທື່ອທີ່ 2 ນີ້ອາດພົບເພີ່ນ ເພາະວ່າຖ້າເພີ່ນເສຍຊີວິດອາດມີກິ່ນຂອງຊາກສົບ.
ຂ່າວ: ວຽງຈັນທາຍ