ອົງການປົກຄອງແຂວງວຽງຈັນ ອະນຸມັດໃຫ້ບໍລິສັດ ບຸນເຮືອງ ການຄ້າຂາເຂົ້າ-ຂາອອກຈຳກັດ ສຶກສາ-ສຳຫຼວດ ຄວາມເປັນໄປໄດ້ ໂຄງການພັດທະນາແຫຼ່ງທ່ອງທ່ຽວແບບອະນຸລັກ ຢູ່ເຂດສາຍນ້ຳເຟືອງ ເມືອງແມດ ແຂວງວຽງຈັນ, ຊຶ່ງກຳນົດຂອບເຂດສຶກສາ-ສຳຫຼວດ ຢູ່ຈຸດເຊື່ອມຕໍ່ລະຫວ່າງ ຫ້ວຍຜີໄຫ້ ຫາ ປາກຫ້ວຍນ້ຳຕັ່ງນາຍ ລ່ອງລົງຕາມສາຍນ້ຳເຟືອງ ຫາ ບ້ານນ້ຳເຟືອງ ເມືອງແມດ ແຂວງວຽງຈັນ ໂດຍກຳນົດເວລາໃນການສຶກສາ-ສຳຫຼວດ 24 ເດືອນ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈໂຄງການນີ້ ໄດ້ຈັດຂຶ້ນໃນວັນທີ 31 ກໍລະກົດ 2024 ທີ່ແຂວງວຽງຈັນ ໂດຍຕາງໜ້າລົງນາມຂອງທ່ານ ເຕັ່ງເມັ່ງ ຢ່າງລືໄຊ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ແລະ ທ່ານ ຄຳພັນ ບຸນເຮືອງ ອຳນວຍການບໍລິສັດ ບຸນເຮືອງ ການຄ້າຂາເຂົ້າ-ຂາອອກຈຳກັດ, ມີ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງຂອງເຂົ້າຮ່ວມ.
ແຂວງວຽງຈັນ ມີແຜນພັດທະນາ ເຂດສາຍນ້ຳເຟືອງ ເພື່ອສ້າງເປັນສະຖານທີ່ບໍລິການ-ການທ່ອງທ່ຽວ ແລະ ໄດ້ເຫັນດີອະນຸມັດໃຫ້ບໍລິສັດ ບຸນເຮືອງ ການຄ້າຂາເຂົ້າ-ຂາອອກຈຳກັດ ສຶກສາ-ສຳຫຼວດ ຄວາມເປັນໄປໄດ້ໂຄງການພັດທະນາແຫຼ່ງທ່ອງທ່ຽວແບບອະນຸລັກ ເພື່ອສ້າງເປັນບ່ອນພັກຜ່ອນ, ຣີສອດ, ທ່າເຮືອ, ຮ້ານອາຫານ ແລະ ຈຸດບໍລິການລ່ອງເຮືອແພ, ເຮືອຄາຍັກ, ທ່ຽວຊົມທັດສະນີຍະພາບຖ້ຳຜາກ້າ ແລະ ກິດຈະກຳອື່ນໆ.
ໂຄງການພັດທະນາແຫຼ່ງທ່ອງທ່ຽວແບບອະນຸລັກ ນີ້ ທາງບໍລິສັດ ບຸນເຮືອງ ການຄ້າຂາເຂົ້າ-ຂາອອກຈຳກັດ ຍີນດີປະຕິບັດພັນທະຕ່າງໆ ຕໍ່ພາກລັດຕາມລະບຽບການ.
ແຫຼ່ງຂ່າວ: ສື່ມວນຊົນ ແຂວງວຽງຈັນ