ງານວາງສະແດງ ແລະ ຈໍາໜ່າຍສິນຄ້າໜື່ງເມືອງ ໜື່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ຄັ້ງທີ X ຈະໄດ້ຈັດຂຶ້ນລະຫວ່າງວັນທີ 14-22 ກັນຍາ 2024 ຢູ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ).
ໃນງານຄັ້ງນີ້ ຄາດວ່າຈະມີຜູ້ນຳສິນຄ້າເຂົ້າຮ່ວມ 160 ຫົວໜວ່ຍ ໃນນັ້ນ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ໂອດ໊ອບ 69 ຫົວໜ່ວຍ, ສິນຄ້າຄອບຄົວຕົວແບບ 45 ຫົວໜ່ວຍ, ສິນຄ້າອຸດສາຫະກຳ 10 ຫົວໜ່ວຍ, ສະພາການຄ້າ ແລະ ອຸດສາຫະກຳ 11 ຫົວໜ່ວຍ, ຫົວໜ່ວຍທຸລະກິດທ່ອງທ່ຽວ 5 ຫົວໜ່ວຍ, ສິນຄ້າກະສິກຳ (ກະສິກຳປຸງແຕ່ງ) 20 ຫົວໜ່ວຍ, ຊຶ່ງຈະມີຫຼາຍປະເພດເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້າໂອດັອບ ເປັນຕົ້ນ ສິນຄ້າເພື່ອສຸຂະພາບ, ເຄື່ອງເງິນ-ໂອຂັນ, ເຄື່ອງຈັກສານ, ເຄື່ອງໄມ້ແກະສະຫຼັກ, ອາຫານ-ເຄື່ອງດື່ມ ແລະ ອື່ນໆ.
ທ່ານ ບຸນລ້ຳ ວົງສຸທິ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ກ່າວໃນພິທີຖະແຫຼງຂ່າວງານວາງສະແດງ, ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງວຽງຈັນ ວ່າ: ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອເປັນການວັດລະດັບຜະລິດຕະພັນນຳໄປສູ່ການພັດທະນາແບບຍືນຍົງ ແລະ ມີປະສິດທິຜົນໃຫ້ມີຄວາມສາມາດເຂົ້າຫາກຸ່ມຕະຫຼາດເປົ້າໝາຍໄດ້, ພ້ອມກັນນັ້ນ ກໍສາມາດຜັກດັນສິນຄ້າຄອບຄົວຕົວແບບໃຫ້ໄດ້ຮັບການພັດທະນາ ແລະ ກ້າວໄປເປັນສິນຄ້າທີ່ໄດ້ຮັບກາໝາຍ ໂອດ໊ອບ ແຫ່ງຊາດຂອງນະຄອນຫຼວງວຽງຈັນ, ເປັນການສ້າງມູນຄ່າໃຫ້ສິນຄ້າເປັນທີ່ຍອມຮັບຂອງສັງຄົມ, ຜູ້ຊົມໃຊ້ຫຼາຍຂຶ້ນ.
ທີ່ມາ: ເສດຖະກິດການຄ້າ