Vientiane Times Lao
ກ້າວສູ່ຍຸກໃໝ່ຂອງ Mobile AI ກັບ Samsung Galaxy S24 Series

ກ້າວສູ່ຍຸກໃໝ່ຂອງ Mobile AI ກັບ Samsung Galaxy S24 Series

ຊໍາຊຸງ ເປີດໂຕ Galaxy S24 Series ມືຖື AI ເຄື່ອງທຳອິດຂອງໂລກ ໃນວັນທີ 17 ມັງກອນ 2024 ທີ່ຜ່ານມາເຊິ່ງເປັນຜູ້ນໍາສູ່ຍຸກໃໝ່ທີ່ຈະປ່ຽນແປງການນໍາໃຊ້ສະມາສໂຟນຕະຫຼອດການ. Galaxy AI ຂະຫຍາຍປະສົບການເກືອບທຸກຢ່າງໃນ Galaxy S24 Series ຕັ້ງແຕ່ການເປີດໃຊ້ງານການສື່ສານທີ່ບໍ່ມີສິ່ງກີດຂວາງໄປສູ່ຄວາມຄິດສ້າງສັນທີ່ໜ້າຕື່ນຕາຕື່ນໃຈຫຼາຍຂຶ້ນບໍ່ວ່າຈະເປັນດ້ານການສື່ສານ ດ້ວຍ Live Translation1 ທີ່ເຮັດວຽກຄືກັນກັບມີນາຍແປພາສາສ່ວນຕົວມາຊ່ວຍແປພາສາແບບ Voice Translator ແລະ Interpreter ເມື່ອໃຊ້ກັບໂປຣແກຣມສົ່ງຂໍ້ຄວາມທີ່ຊຳຊຸງຮອງຮັບ ຈະສາມາດແປພາສາຕ່າງປະເທດໃຫ້ກາຍເປັນພາສາທີ່ເຮົາເຂົ້າໃຈໄດ້ທັນທີ ທັງໃນຮູບແບບຂໍ້ຄວາມ ແລະ ສຽງສົນທະນາ ໂດຍບໍ່ຕ້ອງໃຊ້ໂປຣແກຣມເສີມ.

ດ້ານການຄົ້ນຫາຂໍ້ມູນ Galaxy S24 ນັບເປັນກ້າວສຳຄັນໃນປະຫວັດສາດຂອງການຄົ້ນຫາໃນຖານະສະມາສໂຟນຄາຍທຳອິດທີ່ມີຄຸນສົມບັດ Circle to Search2 ໃນການຄົ້ນຫາສິ່ງທີ່ຕ້ອງການເທິງໜ້າຈໍ ດ້ວຍການກົດປຸ່ມໂຮມຄ້າງໄວ້ ແລ້ວໃຊ້ນິ້ວ ຫຼື S pen ເຮັດເຄື່ອງໝາຍທີ່ວັດຖຸ ຫຼື ຂໍ້ຄວາມເທິງໜ້າຈໍໄດ້ທັນທີ.

ດ້ານຄວາມຄິດສ້າງສັນ ພາບຖ່າຍທີ່ໄດ້ ສາມາດນໍາມາແກ້ໄຂດ້ວຍ Galaxy AI ເຊິ່ງຈະສະແດງ Edit Suggestion3 ເພື່ອແນະນໍາການປັບແຕ່ງທີ່ເໝາະສົມສໍາລັບແຕ່ລະຮູບພາບ ແລະ ເພີ່ມອິດສະຫຼະໃນການສ້າງສັນໃຫ້ຫຼາຍຂຶ້ນດ້ວຍ Generative Edit4 ເຊິ່ງໃຊ້ AI  ຊ່ວຍປັບແຕ່ງສ່ວນຕ່າງໆຂອງຮູບພາບ ເຊັ່ນ: ເຕີມພື້ນຫຼັງຮູບພາບທີ່ຫາຍໄປ, ລົບວັດຖຸທີ່ບໍ່ຕ້ອງການ ຫຼື ຍ້າຍວັດຖຸໃນຮູບພາບໄປຫາຕຳແໜ່ງອື່ນ ພ້ອມເພີ່ມ ຫຼື ຫຼຸດຂະໜາດວັດຖຸໄດ້ທັນທີ່ ເພື່ອໃຫ້ຮູບພາບທີ່ໄດ້ມີຄວາມສົມບູນຫຼາຍຂຶ້ນຕາມຄວາມຕ້ອງການຂອງຜູ້ໃຊ້ງານ.

ທັງນີ້ ຊຳຊຸງເຊີນຊວນຜູ້ທີ່ສົນໃຈນະວັດຕະກຳ AI ມາຮ່ວມສໍາຜັດປະສົບການການໃຊ້ງານ Mobile AI ແບບສຸດຍອດທີ່ງານ Galaxy Experience Space in Vientiane ກັບ Samsung Galaxy S24 Series ທີ່ບໍລິເວນຫ້ອງໂຖງໜ້າທາງເຂົ້າສູນການຄ້າພາກຊັນ Pakson ນະຄອນຫຼວງວຽງຈັນ ພ້ອມຮ່ວມກິດຈະກຳສຸດພິເສດທີ່ບໍ່ຄືໃຜ ໃນວັນທີ 19 ມັງກອນ ຫາ ວັນທີ 4 ກຸມພາ 2024 ນີ້.

ຜູ້ເຂົ້າຮ່ວມກິດຈະກຳພາຍໃນງານ ແລະ ສັ່ງຈອງ Samsung Galaxy S24 series ໄດ້ທັນທີພ້ອມສິດທິພິເສດສະເພາະຊ່ວງສັ່ງຈອງລ່ວງໜ້າໃນແຕ່ລະລຸ້ນ:

– Galaxy S24 Ultra (12+1T) ລາຄາແນະນຳ 34.999.000ກີບ (ລາຄາໂປຮໂມຊັນ)

– ຮັບທັນທີ ອັບເກຣດຄວາມຈໍາຈາກ 512GB ເປັນ 1TB ພ້ອມເຄສ, ຫູຟັງ Buds FE ແລະ Battery Pack

– Galaxy S24+ (12+512GB) ລາຄາແນະນຳ 26.999.000ກີບ

– ຮັບທັນທີ  Galaxy Tab A9 Wifiພ້ອມເຄສ ແລະ ຫູຟັງ Buds FE

– Galaxy S24 (8+512GB) ລາຄາແນະນຳ 22.999.000ກີບ

– ຮັບທັນທີ Galaxy Tab A9 Wifiພ້ອມເຄສ ແລະ ຫູຟັງ Buds FE

ຈອງໄດ້ຈົນຮອດວັນທີ 6 ກຸມພາ 2024 ນີ້.

ລາຍລະອຽດເພີ່ມເຕີມ ກາລຸນາຕິດຕໍ່ Samsung Call Center: 021 417 333  ຫຼື ສອບຖາມເພີ່ມເຕີມໄດ້ໃນພື້ນທີ່ຈັດສະແດງ Samsung Galaxy Experience Space ທີ່ສູນການຄ້າ Pakson ນະຄອນຫຼວງວຽງຈັນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 4 ກຸມພາ 2024.

1/ ການແປພາສາແບບສົດຕ້ອງການ ການເຊື່ອມຕໍ່ເຄືອຂ່າຍ ແລະ ເຂົ້າສູ່ລະບົບ Samsung Account. ການແປພາສາ ສາມາດໃຊ້ໄດ້ໃນແອັບທີ່ຊຳຊຸງຕິດຕັ້ງໄວ້ກ່ອນແລ້ວເທົ່ານັ້ນ. ບາງພາສາອາດຈະຕ້ອງການດາວໂຫຼດເພີ່ມຕື່ມ, ຄວາມພ້ອມໃຫ້ບໍລິການອາດຈະແຕກຕ່າງກັນໄປຕາມແຕ່ລະພາສາ ແລະ ຄວາມຖືກຕ້ອງຂອງການແປພາສາແມ່ນບໍ່ຮັບປະກັນ.

2/ ຜົນໄດ້ຮັບອາດຈະແຕກຕ່າງກັນໄປຕາມການຈັບຄູ່ພາບ ແລະ ຕ້ອງການການເຊື່ອມຕໍ່ອິນເຕີເນັດ. ຜູ້ໃຊ້ອາດຈະຕ້ອງອັບເດດ Android ເປັນເວີຊັນຫຼ້າສຸດ. ການເຮັດວຽກຂອງຜະລິດຕະພັນອາດຈະຂຶ້ນກັບ ແອັບ ແລະ ການຕັ້ງຄ່າອຸປະກອນຂອງທ່ານ. ບາງຟັງຊັນອາດຈະບໍ່ເຂົ້າກັນໄດ້ກັບບາງແອັບ. ຄວາມພ້ອມຂອງການບໍລິການແຕກຕ່າງກັນໄປຕາມປະເທດ ແລະ ພາສາ. ຄວາມຖືກຕ້ອງຂອງຜົນໄດ້ຮັບແມ່ນບໍ່ຮັບປະກັນ.

3/ ການແກ້ໄຂຄໍາແນະນໍາແມ່ນເຮັດໄດ້ກັບຮູບແບບ JPG, PNG, GIF ແລະ MP4.ການແກ້ໄຂຜົນໄດ້ຮັບ ແລະ ຄຸນນະພາບອາດຈະແຕກຕ່າງກັນໄປຕາມສະພາບຂອງ ຮູບຖ່າຍ ຫຼື ການຖ່າຍພາບ. ຄູນນະພາບຂອງຜົນໄດ້ຮັບແມ່ນບໍ່ຮັບປະກັນ.

4 Generative Edit ຕ້ອງການການເຊື່ອມຕໍ່ອິນເຕີເນັດ ແລະ ເຂົ້າສູ່ລະບົບ Samsung Account. ການແກ້ໄຂດ້ວຍ Generative Edit ເຮັດໃຫ້ຮູບຖືກປັບເຖິງ 12MP. ເຄື່ອງໝາຍລາຍນໍ້າທີ່ເບິ່ງເຫັນໄດ້ຖືກວາງທັບເທິງຮູບພາບເມື່ອບັນທຶກເພື່ອລະບຸວ່າຮູບພາບນັ້ນຖືກສ້າງຂຶ້ນໂດຍ AI. ຄວາມຖືກຕ້ອງ ແລະ ຄວາມໜ້າເຊື່ອຖືຂອງຮູບພາບທີ່ໄດ້ ບໍ່ສາມາດຮັບປະກັນໄດ້.

Related Articles

Leave a Reply