Vientiane Times Lao
ຂະບວນລົດໄຟ ຂົນສົ່ງສິນຄ້າດ້ວຍຫຼາຍວິທີ ຈາກນະຄອນຄຸນໝິງຈີນ ຫາແຂວງຣະນອງໄທ ເລີ່ມແລ່ນລົດຢ່າງເປັນທາງການ

ຂະບວນລົດໄຟ ຂົນສົ່ງສິນຄ້າດ້ວຍຫຼາຍວິທີ ຈາກນະຄອນຄຸນໝິງຈີນ ຫາແຂວງຣະນອງໄທ ເລີ່ມແລ່ນລົດຢ່າງເປັນທາງການ

ກຸ່ມບໍລິສັດທາງລົດໄຟຈີນ ສາຂາຄຸນໝິງ ຈຳກັດ ແຈ້ງໃຫ້ຮູ້ວ່າ: ຕອນບ່າຍວັນທີ 19 ພະຈິກນີ້, ຂະບວນລົດໄຟ ຂົນສົ່ງສິນຄ້າດ້ວຍຫຼາຍວິທີ ຈານະຄອນຄຸນໝິງຈີນ ຫາແຂວງຣະນອງໄທ ເລີ່ມແລ່ນລົດຢ່າງເປັນທາງການແລ້ວ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ຊ່ອງທາງການຈໍລະຈອນສິນຄ້າສາກົນ ລະຫວ່າງຈີນ-ລາວ-ໄທ ໄດ້ຂະຫຍາຍກວ້າງອອກໄປຕື່ມອີກ, ໄດ້ເພີ່ມພະລັງແຮງໃໝ່ເຂົ້າໃນການໄປມາຫາສູ່ກັນດ້ານການຄ້າ ລະຫວ່າງຈີນ-ອາຊຽນ.

ແຕ່ກ່ອນການຂົນສົ່ງສິນຄ້າຈາກຈີນ ໄປສູ່ປະເທດໄທ, ປົກກະຕິ ແມ່ນອາໄສການຂົນສົ່ງທາງທະເລ ຫຼື ທາງບົກມີລາຄາແພງ ແລະ ເສຍເວລາຫຼາຍ. ຂະນະທີ່ຂະບວນລົດໄຟ ຂົນສົ່ງສິນຄ້າດ້ວຍຫຼາຍວິທີ ເປັນຕົ້ນເສັ້ນທາງລົດໄຟຈີນ-ລາວ, ເສັ້ນທາງລົດໄຟລາງ 1 ແມັດຂອງໄທ ແລະ ທາງຫຼວງ ໄດ້ສະໜອງທາງເລືອກທີ່ດີກວ່າເກົ່າໃຫ້ແກ່ວິສາຫະກິດສົ່ງອອກສິນຄ້າ ໂດຍຈະສາມາດຫຼຸດຜ່ອນເວລາການຂົນສົ່ງໃຫ້ສັ້ນລົງ ແລະ ຍົກສູງປະສິດທິຜົນຂອງການນຳໃຊ້ເງິນທຶນ.

ການແລ່ນຂະບວນລົດໄຟດັ່ງກ່າວ ເປັນການສະແດງໃຫ້ເຫັນອັນສຳຄັນຕໍ່ການລົງເລິກການຮ່ວມມື ລະຫວ່າງຈີນ-ລາວ-ໄທ.

ຂ່າວ: CRI

Related Articles

Leave a Reply