ນະຄອນຫຼວງວຽງຈັນ (ນວ) ຊຶ່ງສະເລ່ຍແລ້ວ ມີປະລິມານຂີ້ເຫຍື້ອແມ່ນເກືອບ 500-600 ໂຕນຕໍ່ມື້ ແຕ່ສາມາດເກັບກູ້ໄດ້ພຽງ 300-350 ໂຕນຕໍ່ມື້ເທົ່ານັ້ນ ໜາຍຄວາມວ່າສ່ວນທີ່ເຫຼືອປະມານ 150-200 ໂຕນ ແມ່ນຖືກຖິ້ມຊະຊາຍຢູ່ດິນເປົ່າຫວ່າງ, ລົງຕາມແຄມແມ່ນ້ຳ, ຕາມຖະໜົນຫົນທາງ, ຕາມຮ່ອງລະບາຍນ້ຳ ແລະ ບ່ອນອື່ນໆ.
ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ໄດ້ກ່າວໃນກອງປະຊຸມປຶກສາຫາລືກ່ຽວກັບຍຸດທະສາດ ແລະ ແຜນຈັດຕັ້ງປະຕິບັດການບໍລິຫານຈັດການຂີ້ເຫຍື້ອແບບຍືນຍົງ ຢູ່ ນວ ທີ່ໄດ້ຈັດຂຶ້ນໃນບໍ່ດົນມານີ້ວ່າ: ນະຄອນຫຼວງວຽງຈັນ ເປັນຕົວເມືອງໃຫຍ່ ແລະ ມີຄວາມໜາແໜ້ນຂອງປະຊາກອນ ນອກນັ້ນຍັງເປັນສູນກາງທາງດ້ານການເມືອງ ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ດັ່ງນັ້ນບັນຫາສະພາບແວດລ້ອມ ຫຼື ຂີ້ເຫຍື້ອເປັນບັນຫາໜຶ່ງທີ່ຫຼີກລ້ຽງບໍ່ໄດ້ ເປັນຕົ້ນ ແມ່ນຂີ້ເຫຍື້ອຈາກຄົວເຮືອນ, ຕະຫຼາດ, ສຳນັກງານອົງການ, ໂຮງຈັກ, ໂຮງງານ ແລະ ເກີດຈາກບຸກຄົນທີ່ຖິ້ມຂີ້ເຫຍື້ອແບບຊະຊາຍ ຈຶ່ງເຮັດໃຫ້ຂີ້ເຫຍື້ອນັບມື້ນັບຫຼາຍຂຶ້ນ ຈົນບໍ່ສາມາດເກັບກູ້ໄດ້ໝົດ, ສະເລ່ຍແລ້ວປະລິມານຂີ້ເຫຍື້ອ ຢູ່ ນວ ແມ່ນເກືອບ 500-600 ໂຕນຕໍ່ມື້ ແຕ່ພວກເຮົາເອົາໄປບຳບັດຢູ່ຫຼັກ 32 ໄດ້ພຽງແຕ່ 300-350 ໂຕນຕໍ່ມື້ເທົ່ານັ້ນ ຍ້ອນການຖິ້ມຂີ້ເຫຍື້ອບໍ່ເປັນລະບຽບ ນອກນັ້ນພາຫະນະຮັບໃຊ້ເກັບກູ້ກໍຍັງບໍ່ພຽງພໍ.
ຂ່າວ: ວຽງຈັນທາຍ