Vientiane Times Lao
ຄຄອຊ ຈະເລັ່ງແກ້ໄຂການພະນັນອອນລາຍ ແລະ ການຂາຍຫວຍເຖື່ອນ

ຄຄອຊ ຈະເລັ່ງແກ້ໄຂການພະນັນອອນລາຍ ແລະ ການຂາຍຫວຍເຖື່ອນ

ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໃຫ້ຮູ້ວ່າ: ທິດທາງໃນຕໍ່ໜ້າຈະປັບປຸງວຽກງານຂອງການຄຸ້ມຄອງອິນເຕີເນດຫຼາຍດ້ານໂດຍສະເພາະ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຢູ່ໃນສັງຄົມອອນລາຍ ເຊັ່ນ: ການພະນັນອອນລາຍ ແລະ ການຂາຍຫວຍເຖື່ອນ ແລະ ອື່ນໆ.

ຄຄອຊ ໄດ້ຈັດກອງປະຊຸມປະຈຳປີເພື່ອສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2020 ແລະ ວາງທິດທາງແຜນການປະຈໍາປີ 2021 ເມື່ອວັນທີ 22 ທັນວາ 2020 ທີ່ຜ່ານມາ ຢູ່ກະຊວງແຜນການ ແລະ ການລົງທຶນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ທັງເປັນ ປະທານ ຄຄອຊ.

ສຳລັບທິດທາງແຜນການໃນຕໍ່ໜ້າຂອງ ຄຄອຊ, ທ່ານ ແກ້ວວີສຸກ ໂສລະພົມ ໄດ້ກ່າວທີ່ກອງປະຊຸມວ່າ: ຄຄອຊ ຈະສືບຕໍ່ຊີ້ນຳການສ້າງ, ປັບປຸງ ແລະ ຈັດຕັ້ງປະຕິບັດ ບັນດານິຕິກຳ ກ່ຽວກັບວຽກງານຄຸ້ມຄອງໄອຊີທີ ແລະ ດິຈິຕອນ, ສື່ສັງຄົມອອນລາຍ ເພື່ອໃຫ້ກວມເອົາຊ່ອງທາງ ແລະ ວິທີການໃໝ່ ທີ່ເກີດຂຶ້ນ ແລະ ຖືກນຳໃຊ້ຫຼາຍໃນສັງຄົມ ເປັນແຕ່ລະໄລຍະ. ສືບຕໍ່ ວຽກງານການພັດທະນາເສດຖະກິດດິຈິຕອນຂອງ ສປປ ລາວ ໂດຍການຜັນຂະຫຍາຍ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ຂອງ ລັດຖະບານ, ຊຸກຍູ້ສົ່ງເສີມ ການຫັນເປັນດິຈິຕອນ ແລະ ການນໍາໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນຂະແໜງອຸດສາຫະກໍາ, ກະສິກໍາ, ການບໍລິການ ແລະ ບັນດາ ຈຸນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ MSME, ປັບໂຄງປະກອບສ້າງຂອງເສດຖະກິດ ແລະ ສ້າງໃຫ້ມີສະພາບແວດລ້ອມໃນການສ້າງບັນດາ Startup, ສ້າງ ແລະ ສົ່ງເສີມ ໃຫ້ມີການຄ້າເອເລັກໂຕຣນິກ ແລະ ການບໍລິການທີ່ປິ່ນອ້ອມ. ສືບຕໍ່ວຽກງານການຄຸ້ມຄອງ ແລະ ແກ້ໄຂການພະນັນອອນລາຍ, ການຂາຍຫວຍເຖື່ອນ, ກວດກາການນໍາໃຊ້ຄື້ນຄວາມຖີ່ ແລະ ອິນເຕີເນັດຄາເຟ ທີ່ໃຫ້ບໍລິການ ບໍ່ຖືກຕ້ອງກັບລະບຽບ ກົດໝາຍ, ວຽກງານການຂຶ້ນທະບຽນຊິມຄາດ. ສືບຕໍ່ການສ້າງ ລັດຖະບານເອເລັກໂຕຣນິກ, ໂດຍສະເພາະກໍ່ແມ່ນການຂະຫຍາຍ ແລະ ສົ່ງເສີມການນຳໃຊ້ ໃຫ້ແກ່ບັນດາກະຊວງ, ອົງການລັດຖະບານ ທັງໃນສູນກາງ ແລະ ທ້ອງຖິ່ນ ໄດ້ນຳໃຊ້ໃຫ້ເກີດປະໂຫຍດ ແລະ ສາມາດຮັກສາຄວາມປອດໄພ ແລະ ບໍ່ໃຫ້ຂໍ້ມູນຂອງລັດຖະບານທີ່ສຳຄັນ ຮົ່ວໄຫຼອອກນອກປະເທດ.

ທ່ານ ແກ້ວວີສຸກໄດ້ກ່າວຕື່ມວ່າ: ນອກນັ້ນຈະສືບຕໍ່ວຽກງານການພັດທະນາ-ຄຸ້ມຄອງ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ແບບລວມສູນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນ ຮອງຮັບການຫັນເປັນດິຈິຕອນ, ການພັດທະນາເສດຖະກິດດິຈິຕອນ ແລະ ການກ້າວເຂົ້າສູ່ຍຸກອຸດສາຫະກຳ 4.0 ໃນອະນາຄົດ. ສືບຕໍ່ວຽກງານການເຄື່ອນໄຫວຖອດຖອນບົດຮຽນ ແລະ ກໍ່ສ້າງບຸກຄະລາກອນ ໃຫ້ມີຄວາມສາມາດສູງຂຶ້ນ ໃນວຽກງານການຄຸ້ມຄອງອິນເຕີເນັດ.  ສືບຕໍ່ຊຸກຍູ້ ຜັກດັນ ໃຫ້ວຽກງານເຕັກນິກທີ່ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ຂ່າວ: ວຽງຈັນທາຍ

ພາບ: ກະຊວງແຜນການ ແລະ ການລົງທຶນ

Related Articles

Leave a Reply