Vientiane Times Lao
ຄວາມທຸກຍາກເຮັດໃຫ້ຊາວໝຸ່ມຖຶກຕົວະຍົວະໄດ້ງ່າຍຈົນນໍາໄປສູ່ຂະບວນການຄ້າມະນຸດ

ຄວາມທຸກຍາກເຮັດໃຫ້ຊາວໝຸ່ມຖຶກຕົວະຍົວະໄດ້ງ່າຍຈົນນໍາໄປສູ່ຂະບວນການຄ້າມະນຸດ

ກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຈ້ງໃຫ້ຮູ້ວ່າ: ການຄ້າມະນຸດຍັງເປັນບັນຫາ ແລະ ປະກົດການຫຍໍ້ທໍ້ ທີ່ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ປະເທດລາວ ແລະ ປະເທດອື່ນໆ ໃນໂລກ, ສາເຫດຕົ້ນຕໍທີ່ປະຊາຊົນລາວເຮົາຖືກຕົວະຍົວະຫລອກລວງ ໃຫ້ເຂົ້າສູ່ຂະບວນການຄ້າມະນຸດ ກໍຍັງແມ່ນຄວາມທຸກຍາກ, ຄວາມແຕກໂຕນທາງດ້ານເສດຖະກິດ ແລະ ໂອກາດໃນການເຮັດວຽກ ຂອງປະເທດລາວ ກັບບັນດາປະເທດທີ່ພັດທະນາແລ້ວ.

ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວທີ່ກອງປະຊຸມສຳມະນາກ່ຽວກັບບົດບາດຂອງສື່ມວນຊົນ ໃນວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້  ທີ່ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ, ນະຄອນຫລວງວຽງຈັນວ່າ: ປັດໄຈຕົ້ນຕໍ ທີ່ເຮັດໃຫ້ບັນຫາການຄ້າມະນຸດຮ້າຍແຮງຂຶ້ນກວ່າເກົ່າ ແມ່ນການຂາດຄວາມຮູ້ກ່ຽວກັບຄວາມສ່ຽງ, ຄວາມອັນຕະລາຍ ແລະ ຮູບແບບ ຂອງການຄ້າມະນຸດ ທີ່ນາຍໜ້າ ແລະ ນັກຄ້າມະນຸດນຳໃຊ້ ທັງປັບປ່ຽນເປັນປະຈຳ. ນອກຈາກນີ້, ແຮງງານເຄື່ອນຍ້າຍທີ່ກັບຄືນປະເທດ ບວກກັບຈຳນວນແຮງງານທີ່ຢູ່ພາຍໃນປະເທດ ບໍ່ມີວຽກເຮັດງານທຳ ແລະ ຂາດໂອກາດໃນການເຂົ້າເຖິງຂໍ້ມູນຂ່າວສານທີ່ຖືກຕ້ອງຈະເຮັດໃຫ້ພວກເຂົາມີຄວາມສ່ຽງສູງຂຶ້ນ ຕໍ່ການຖືກຕົວະຍົວະຫລອກລວງ ໃຫ້ເຂົ້າສູ່ຂະບວນການຄ້າມະນຸດ ແລະ ສະແຫວງຫາຜົນປະໂຫຍດ.

ທ່ານ ອິນປອນ ໄດ້ກ່າວຕື່ມວ່າ: ເພື່ອຫລຸດຜ່ອນບັນຫາດັ່ງກ່າວນີ້ ບັນດາສື່ມວນຊົນ, ບັນນາທິການ ແລະ ນັກຂ່າວ ແມ່ນມີບົດບາດສຳຄັນ, ເປັນກະບອກສຽງໃຫ້ພັກ-ລັດ ໃນການໂຄສະນາໃຫ້ຄວາມຮູ້, ຮຽກຮ້ອງໃຫ້ ປະຊາຊົນມີສ່ວນຮ່ວມ ໃນການປ້ອງກັນ ແລະ ປົກປ້ອງຜູ້ທີ່ມີຄວາມສ່ຽງ ເພື່ອໄວໜຸ່ມລາວ ມີຄວາມຮູ້, ຮູ້ທັນຂະບວນການ ແລະ ຮູບແບບຂອງການຄ້າມະນຸດ.

ຂ່າວ: ວຽງຈັນທາຍ

ພາບປະກອບ

Related Articles

Leave a Reply