Vientiane Times Lao
ຄວາມສະເໝີພາບຂອງໄວໜຸ່ມຢູ່ຊົນນະບົດ ແລະ ຕົວເມືອງ ດ້ານການສືກສາ ແລະ ລາຍຮັບຍັງມີຄວາມແຕກຕ່າງກັນ

ຄວາມສະເໝີພາບຂອງໄວໜຸ່ມຢູ່ຊົນນະບົດ ແລະ ຕົວເມືອງ ດ້ານການສືກສາ ແລະ ລາຍຮັບຍັງມີຄວາມແຕກຕ່າງກັນ

‘‘ຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ໃນໄວໝຸ່ມ: ບັນຫາ, ສິ່ງທ້າທາຍ ແລະ ທິດທາງ ໃນຕໍ່ໜ້າ’’ ໄດ້ຖືກຍົກມາເປັນຫົວຂໍ້ຂອງກອງ ປະຊຸມວ່າດ້ວຍການຄົ້ນຄວ້າກ່ຽວກັບໄວໝູ່ມຄັ້ງທີ 4 ທີ່ໄດ້ຈັດຂຶ້ນໃນບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ, ຈັດໂດຍສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ຮ່ວມກັບອົງການສະຫະປະຊາຊາດກອງທືນປະຊາກອນ (UNIFPA) ແລະ ອົງການ MCNV ປະຈຳລາວ.
ກອງປະຊຸມຄັ້ງນີ້ແມ່ນເປັນເວທີປຶກສາຫາລືເພື່ອກຳນົດນະໂຍບາຍຂອງບັນດາຄູ່ຮ່ວມພັດທະນາຈາກພາກພື້ນ. ຜູ້ເຂົ້າຮ່ວມໄດ້ມີການແລກປ່ຽນບົດຮຽນ ແລະ ຂໍ້ມູນຫຼັກຖານການຄົ້ນຄວ້າເພື່ອການຮ່ວມມືໃນຕໍ່ໜ້າທີ່ຈະເປັນປະໂຫຍດລວມແກ່ໄວໝູ່ມ.
ທ່ານ ນາງ ມາຮຽມ ເອ ຄານ (Mariam A. Khan) ຕາງໜ້າອົງການ UNIFPA ໄດ້ກ່າວໃນ ກອງປະຊຸມວ່າ: ການສ້າງຫຼັກຖານການຄົ້ນຄວ້າ ທີ່ມີຄຸນນະພາບ ຜ່ານຂໍ້ມູນທີ່ແບ່ງແຍກໂດຍເພດ ນອກນັ້ນຍັງມີປັດໄຈອື່ນໆເປັນຕົ້ນ ແມ່ນການ ຄົ້ນຄວ້າ ກ່ຽວກັບໄວໝຸ່ມຢູ່ຊົນນະບົດ ຢູ່ໃນຕົວ ເມືອງ ລວມທັງການສືກສາ ແລະ ລາຍຮັບຂອງ ພວກເຂົາເຈົ້າ ຈະຊ່ວຍໃຫ້ພວກເຮົາເຂົ້າໃຈຄວາມແຕກຕ່າງ ຂອງໄວໝຸ່ມແຕ່ລະຂົງເຂດ ແລະ ຈະເປັນກະແຈສຳຄັນຂອງການສະໜອງ ຂໍ້ມູນ, ການຕິດຕາມ ແລະ ບັນລຸເປົ້າໝາຍ ທີ່ສຸມໃສ່ໄວໜຸ່ມ.
ຂ່າວ : ວຽງຈັນທາຍ
ຮູບ : ຄຳພັນ

Related Articles

Leave a Reply