Vientiane Times Lao
ຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນຈະຖືກແກ້ໄຂໃຫ້ເປັນ ຮູບປະທຳໃນປີນີ້

ຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນຈະຖືກແກ້ໄຂໃຫ້ເປັນ ຮູບປະທຳໃນປີນີ້

ບັນຫາຄວາມ ຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນຍັງເປັນບັນຫາທີ່ຍັງແກ້ໄຂບໍ່ຕົກເຖິງແມ່ນວ່າລັດຖະບານຈະສຸມໃສ່ແກ້ໄຂກໍຕາມໂດຍສະເພາະບັນຫາເງິນເຟີ້ ຫຼື ຄ່າເງິນກີບອ່ອນຄ່າທີ່ສົງຜົນກະທົບຕໍ່ຄ່າຄອງຊີບຂອງປະຊາຊົນ ແຕ່ບັນຫາດັ່ງກ່າວ ລັດຖະບານ ຈະສຸມໃສ່ແກ້ໄຂ ໃຫ້ເປັນຮູບປະທຳ ເທື່ອລະກ້າວໃນປີ 2025 ນີ້.

ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກ ລັດຖະມົນຕີ, ທັງເປັນໂຄສົກລັດຖະບານ ໄດ້ຖະແຫຼງໃນໂອກາດສຳເລັດກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2024 ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ປີ 2025 ນີ້, ລັດຖະບານ ຈະສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ດ້ວຍການບັງຄັບໃຊ້ບັນດາມາດຕະການ ທີ່ໄດ້ວາງອອກແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທຳຫຼາຍຂຶ້ນກວ່າເກົ່າ ໂດຍມອບວຽກການຈັດຕັ້ງ ແລະ ບຸກຄົນ ຢ່າງລະອຽດຈະແຈ້ງ ທັງກຳນົດຄາດໝາຍເວລາສໍາເລັດ ໃຫ້ຊັດເຈນ. ພ້ອມທັງ ຈະສືບຕໍ່ຊຸກຍູ້ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ຊຸກຍູ້ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຕາມທິດຍືນຍົງ ທັງສາມາດສ້າງມູນຄ່າເພີ່ມຈາກແຮ່ຕ່າງໆ ແລະ ປັດໄຈການຜະລິດ ເຊັ່ນ: ຜະລິດປຸ໋ຍຊີວະພາບ, ຫົວອາຫານລ້ຽງສັດ, ວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກ ໄປຄຽງຄູ່ກັບການປັບປຸງໂຄງລ່າງພື້ນຖານ ແລະ ລະບົບການບໍລິການຂົນສົ່ງ ໃຫ້ມີຄວາມສະດວກຂຶ້ນ ເພື່ອເປັນພື້ນຖານສຳຄັນແກ່ການສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ.

ທ່ານ ສອນໄຊ ໄດ້ກ່າວຕື່ມວ່າ:  ນອກນັ້ນຍັງຈະສຸມໃສ່ຮັກສາສະຖຽນລະພາບທາງດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ດ້ວຍການດຳເນີນນະໂຍບາຍເງິນຕາແບບຮັດກຸມ ແລະ ນະໂຍບາຍອັດຕາແລກປ່ຽນ ຢ່າງມີປະສິດທິພາບ, ຄຸ້ມຄອງເງິນຕາຕ່າງປະເທດ ຈາກການລົງທຶນ, ການສົ່ງອອກ-ນຳເຂົ້າສິນຄ້າ ຜ່ານລະບົບທະນາຄານ ໃຫ້ຫຼາຍຂຶ້ນ ຕິດພັນກັບສົ່ງເສີມການນໍາໃຊ້ເງິນກີບ ກັບປະເທດໃກ້ຄຽງ ເພື່ອຫຼຸດຜ່ອນຄວາມຕ້ອງການເງິນຕາຕ່າງປະເທດ, ສືບຕໍ່ປ່ອຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໃຫ້ມີປະສິດທິຜົນສູງ; ສຸມໃສ່ການຂຸດຄົ້ນແຫຼ່ງລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ຕາມແຜນ ຫຼື ເກີນແຜນ ເປັນປີທີ 5 ຕິດຕໍ່ກັນ ແລະ ສູ້ຊົນໃຫ້ເປັນປີທຳອິດໃຫ້ມີລາຍຮັບເກີນດຸນ ຕາມຄາດໝາຍ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ວາງອອກ ໂດຍສຸມທຸກກຳລັງແຮງສັງລວມ ເຂົ້າໃນການເກັບລາຍຮັບ ຕາມກົດໝາຍ ແລະ ລະບຽບການທີ່ໄດ້ກໍານົດໄວ້, ເລັ່ງຂະຫຍາຍຖານລາຍຮັບໃໝ່ ຕິດພັນກັບການຫັນເປັນທັນສະໄໝ, ຈໍາກັດການຍົກເວັ້ນພັນທະຕ່າງໆ ທີ່ບໍ່ເປັນການກະຕຸ້ນ ຫຼື ສົ່ງເສີມການລົງທຶນ. ດ້ານລາຍຈ່າຍງົບປະມານ ແມ່ນໃຫ້ສຸມໃສ່ວຽກງານບຸລິມະສິດ ຂອງລັດຖະບານ ບົນຈິດໃຈປະຢັດມັດທະຍັດ, ນໍາໃຊ້ແຫຼ່ງລາຍຮັບພາຍໃນ ເພື່ອແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ພ້ອມທັງຊອກທຸກວິທີ ເພື່ອຫຼຸດຜ່ອນການກູ້ຢືມດ້ວຍຮູບການຕ່າງໆລົງ.

ແຫຼ່ງຂໍ້ມູນຂ່າວ: ປະເທດລາວ

Related Articles

Leave a Reply