Vientiane Times Lao
ຄະນະລັດຖະບານ ແລະ ຄະນະປະຈຳສະພາຮ່ວມກັນພິຈາລະນາແກ້ໄຂບັນຫາຫຍຸ້ງຍາກຕ່າງໆ

ຄະນະລັດຖະບານ ແລະ ຄະນະປະຈຳສະພາຮ່ວມກັນພິຈາລະນາແກ້ໄຂບັນຫາຫຍຸ້ງຍາກຕ່າງໆ

ກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ຄັ້ງທີ II ປະຈໍາປີ 2024 ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຮ່ວມ ຂອງທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈຳສະພາແຫ່ງຊາດ ຊື່ງ 2 ຄະນະໄດ້ ປຶກສາ ຫາລື ແລະ ເປັນເອກະພາບວິທີການແກ້ໄຂບັນຫາຫຍຸ້ງຍາກຕ່າງໆທີ່ສ່ອງແສງເຖິງຄວາມຮັບຜິດ.

ກອງປະຊຸມຄັ້ງນີ້ ເພືີ່ອພ້ອມກັນທົບທວນຄືນ ການປະຕິບັດຜົນກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບຄະນະປະຈຳສະພາແຫ່ງຊາດ ຄັັ້ງທີ I ປີ 2024 ທີ່ຜ່ານມາ, ທັງປຶກສາ ແລະ ແລກປ່ຽນຄຳເຫັນ ເພື່ອສ້າງຄວາມເປັນເອກະພາບ ຕໍ່ບັນດານະໂຍບາຍຈໍານວນໜຶ່ງ ເພື່ອຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມ, ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2025 ໃຫ້ສໍາເລັດຕາມຄາດໝາຍທີ່ກໍານົດໄວ້ ກໍຄືຮັບປະກັນປະສິດທິພາບ ແລະ ປະສິດທິຜົນ. ພ້ອມນີ້, ເພືີ່ອກວດກາຊຸກຍູ້ການກະກຽມຄວາມພ້ອມບັນດາຮ່າງກົດໝາຍ ກ່ອນທີີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະພາແຫ່ງຊາດ ໃນປີ 2025.

ສໍາລັບເນື້ອໃນທີ່ນຳມາປຶກສາຫາລື ໃນກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນສຸມໃສ່ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບ ຕໍ່ບັນຫາທີ່ສໍາຄັນເປັນຕົ້ນ ຕີ​ລາ­ຄາ​ການ​ປະ­ຕິ­ບັດ ຜົນ​ຂອງ​ກອງ​ປະ­ຊຸມ​ຮ່ວມ ລະ­ຫວ່າງ ຄະ­ນະ​ປະ​ຈໍາ​ສະ­ພາ​ແຫ່ງ​ຊາດ ກັບ ຄະ­ນະ​ລັດ­ຖະ­ບານ ຄັັ້ງຜ່ານ​ມາ ລວມ​ທັງ ​ກົນ​ໄກ​ປະ­ສານ​ງານ​ໃນ​ໄລ­ຍະ​ຜ່ານ​ມາ; ບັນ­ດາ​ຫົວ​ຂໍໍ້​ກົດ­ໝາຍ ທີີ່​ຈະ​ນໍາ​ເຂົ້າ​ພິ­ຈາ­ລະ­ນາ ໃນ​ກອງປະຊຸມສະໄໝວິສາມັນ ແລະ ​ສະ­ໄໝ​ສາ­ມັນ ເທືີ່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ IX, ການ​ສ້າງ, ປັບ­ປຸງ ແລະ ການ​ໂຄ­ສະ­ນາ​ເຜີຍ­ແຜ່​ກົດ­ໝາຍ ແຕ່​ປີ 2021-2024 ແລະ ທິດ​ທາງ​ໃນຕໍ່ໜ້າ; ການປຶກສາຫາລືດ້ານຫຼັກການກ່ຽວກັບພາ­ລະ​ບົດ­ບາດຂອງ​ສະ­ພາ​ແຫ່ງ​ຊາດ ແລະ ຄະ­ນະ​ປະ​ຈໍາ​ສະ­ພາ​ແຫ່ງ​ຊາດ ໃນ​ການ​ພິ­ຈາ­ລະ­ນາ​ການ​ຍົກ​ເວັ້ນ ການ​ປະຕິ­ບັດ​ບາງ​ມາດ­ຕາ​ຂອງ​ກົດ­ໝາຍ, ການ​ປ່ຽນ­ແປງ​ບາງ​ມາດ­ຕາ​ຂອງ​ກົດ­ໝາຍ; ການປຶກ­ສາ​ຫາ​ລື​ດ້ານ​ຫຼັກ­ການ ກ່ຽວ​ກັບ​ນະ­ໂຍ­ບາຍ ແລະ ເງືີ່ອນ​ໄຂ​ສໍາ​ລັບ​ການ​ກໍ່ສ້າງເສັ້ນ​ທາງ, ນິ­ຄົມ​ອຸດ​ສາ​ຫະ​ກໍາ, ການ​ພັດ­ທະ­ນາ​ແຮ່​ທາດ ແລະ ການພັດ­ທະ­ນາ​ໂຄງ­ການ​ພະ­ລັງ­ງານ​ໄຟ­ຟ້າ.

ຜ່ານການຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ, ກອງປະຊຸມ ເຫັນດີດ້ານຫຼັກການ ຕໍ່ການຕີລາຄາບັນດາວຽກງານ ເປັນຕົ້ນ ການພັດທະນາ ແລະ ຄຸ້ມຄອງແຮ່ທາດ ແລະ ໂຄງການແຮ່ຫາຍາກ; ແຜນການລົງທຶນຂອງລັດ ໃນປີ 2025; ການແກ້ ຂຜົນການກວດສອບຜ່ານມາ, ທິດທາງ ແລະ ມາດຕະການແກ້ໄຂຜົນຂອງການກວດສອບໃນຕໍ່ໜ້າ; ການກະກຽມຮ່າງແຜນງົບປະມານ ປີ 2025; ກ່ຽວກັບມາດຕະການໃນການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ການສົ່ງເສີມການຜະລິດ-ປຸງແຕ່ງພາຍໃນ ແລະ ດັດສົມລາຄານໍ້າມັນເຊື້ອ; ກ່ຽວກັບມາດຕະການໃນການສົ່ງເສີມການຜະລິດພາຍໃນ, ການຄຸ້ມຄອງລາຄາສິນຄ້າ, ການນໍາເຂົ້າ, ການຈໍາກັດສິນຄ້າຟຸມເຟືອຍ, ສິນຄ້າທີ່ພາຍໃນຜະລິດໄດ້ ແລະ ຄຸຸ້ມຄອງການສົ່ງອອກສິນຄ້າ; ການຈັດຕັັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ, ການໂຄສະນາເຜີຍແຜ່ກົດໝາຍ; ຕີລາຄາກົນໄກປະສານງານ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ. ພ້ອມກັນນີ້, ກອງປະຊຸມໄດ້ຊີ້ນໍາໃຫ້ກະຊວງຍຸຕິທຳ ເປັນໃຈກາງສົມທົບກັບບັນດາກະຊວງ ແລະ ກຳມາທິການກ່ຽວຂ້ອງ ສືບຕໍ່ກະກຽມຄວາມພ້ອມບັນດາຮ່າງກົດໝາຍສ້າງໃໝ່ ແລະ ປັບປຸງ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ແລະ ສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ດີ, ຮັບປະກັນທາງດ້ານເນື້ອໃນ ແລະ ໃຫ້ທັນຕາມກໍານົດເວລາ; ໃຫ້ບັນດາກະຊວງ ສືບຕໍ່ສົມທົບກັບກະຊວງຍຸຕິທຳ ແລະ ກຳມາທິການກ່ຽວຂ້ອງຂອງສະພາແຫ່ງຊາດ ຄົ້ນຄວ້າ, ທົບທວນຄືນກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອສະເໜີປັບປຸງມາດຕາທີ່ບໍ່ສອດຄ່ອງກັບສະພາບຕົວຈິງ. ພ້ອມນີ້, ໃຫ້ກະຊວງຍຸຕິທຳ ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ເພີ່ມທະວີການໂຄສະນາເຜີຍແຜ່ກົດໝາຍ ໃຫ້ແຂງແຮງ ກວ່າເກົ່າ ໂດຍນຳໃຊ້ຫລາຍຮູບແບບ,​ ຫລາຍຊ່ອງທາງ ແລະ ຕໍ່ເນື່ອງ, ດ້ານເນື້ອໃນການໂຄສະນາ ປັບປຸງໃຫ້ກະທັດຮັດ, ຈະແຈ້ງ ແລະ ເຂົ້າໃຈງ່າຍ; ໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງອຸດສາຫະກໍາ ແລະ ການຄ້າ ສົົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າກຳນົດ, ປັບປຸງນະໂຍບາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ໃຫ້ສອດຄ່ອງ ແລະ ແທດຕົວຈິງ ເພື່ອແກ້ໄຂບັນດາຂໍ້ຄົງຄ້າງ ແລະ ບໍ່ທັນໂລ່ງລ່ຽນ ທີ່ຕິດພັນກັບຂະແໜງການຂອງຕົນ ພ້ອມທັງ ສ້າງ ແລະ ປັບປຸງກົນໄກການຕິດຕາມຊຸກຍູ້, ການຄຸ້ມຄອງ, ການເກັບລາຍຮັບ, ການອຳນວຍຄວາມສະດວກດ້ານຕ່າງໆ ເຮັດໃຫ້ການພັດທະນາດ້ານຄົມມະນາຄົມຂົນສົ່ງ, ນິຄົມອຸດສາຫະກຳ, ການພັດທະນາແຮ່ທາດ ແລະ ໂຄງການພະລັງງານໄຟຟ້າ ສອດຄ່ອງກັບນະໂຍບາຍການພັດທະນາສີຂຽວ, ຍືນຍົງ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ແລະ ປະຊາຊົນ ແລະ ອື່ນໆ.

ແຫຼ່ງຂໍ້ມູນຂ່າວ-ພາບ: ກົມປະຊາສໍາພັນ, ຫສນຍ

Related Articles

Leave a Reply