Vientiane Times Lao
ຄະນະສະເພາະກິດຫ້າມບຸກຄົນເດີນທາງເຂົ້າ-ອອກເຂດບ້ານສີແດງ ຫຼື ເຂດແດງ

ຄະນະສະເພາະກິດຫ້າມບຸກຄົນເດີນທາງເຂົ້າ-ອອກເຂດບ້ານສີແດງ ຫຼື ເຂດແດງ

ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າຄະນະສະເພາະກິດນະຄອນຫຼວງ ວຽງຈັນ ໄດ້ຖະແຫຼງຂ່າວເມື່ອວັນທີ 23 ພຶດສະພາ 2021 ທີ່ຜ່ານມາ ກ່ຽວກັບການປະຕິບັດຄຳສັ່ງ ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ (ນວ) ນັບແຕ່ວັນທີ 21 ພຶດສະພາ ຫາ 04 ມິຖຸນາ 2021 ຍ້ອນວ່າຍັງກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈາກຜູ້ຕິດເຊື້ອເກົ່າທີ່ແຜ່ລະບາດໃນຊຸມຊົນ.

 

ເນື້ອໃນບາງຕອນສຳຄັນທີ່ໄດ້ລະບູໄວ້ໃນຄຳສັ່ງ 15/ນຍ, ແຈ້ງການຂອງສຳນັກງານ ນາຍົກລັດຖະມົນຕີ ສະບັບເລກທີ 528/ຫສນຍ, ແຈ້ງການຂອງກະຊວງສາທາລະນະສຸກ ສະບັບເລກທີ 0488/ສທ ແລະ ແຈ້ງການຕ່າງໆຂອງບັນດາກະຊວງໃຫ້ຮູ້ວ່າ: ຫ້າມບຸກຄົນເດີນທາງເຂົ້າ-ອອກ ນວ ເຊິ່ງເປັນພື້ນທີ່ ທີ່ມີການແຜ່ລະບາດໃນຊຸມຊົນເປັນວົງກວ້າງ (ບ້ານແດງ), ຍົກເວັ້ນຜູ້ທີ່ໄດ້ຮັບ ອະນຸຍາດຈາກຄະນະສະເພາະກິດສູນກາງ, ນະຄອນຫຼວງ ແລະ ພະແນກສາທາລະນະສຸກນະຄອນ ຫຼວງວຽງຈັນ, ຫ້າມເປີດຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານນວດ-ສະປາ, ຮ້ານອິນເຕີເນັດຄາເຟ, ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆຫຼາຍກວ່າ 10 ຄົນໃນເຂດທີ່ໄດ້ຮັບອະນຸຍາດ, ຫ້າມນຳໃຊ້ເຮືອທຸກປະເພດອອກເຄື່ອນໄຫວ ຕາມຊາຍແດນລຳແມ່ນ້ຳຂອງ ຍົກເວັ້ນເຮືອຂອງກຳລັງ ປກສ-ປກຊ, ຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ, ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ-ບໍລິໂພກ, ໂຈະການຮຽນ-ການສອນຊົ່ວຄົວທູກສະຖາບັນການສຶກສາແຕ່ໃຫ້ຈັດຕັ້ງການຮຽນການສອນທາງໄກ.

ສຳລັບມາດຕະການເພີ່ມເຕີມປະກອບມີຫ້າມເປີດຮ້ານເສີມສວຍ, ຮ້ານຕັດຜົມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ຄາຊີໂນ, ຮ້ານສະນຸກເກີ, ຮ້ານເກມທຸກປະເພດ, ສັງວຽນຕີໄກ່, ຕະຫຼາດກາງຄືນ ແລະ ອື່ນໆທີ່ມີການເຕົ້າໂຮມຄົນຈຳນວນຫຼາຍ, ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່, ຫ້າມເດີນທາງ ເຂົ້າ-ອອກ ບ້ານແດງ ຕາມແຈ້ງການຂອງກະຊວງສາທາລະນະສຸກ ສະບັບເລກທີ 0488/ສທ, ລົງວັນທີ 20 ພຶດສະພາ 2021, ຕັ້ງຈຸດກວດຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ ໃນເຂດທີ່ມີການແຜ່ລະບາດເຊິ່ງໄດ້ກຳນົດເປັນເຂດບ້ານແດງ ແລະ ນຳໃຊ້ມາດຕະການຕາມທີ່ໄດ້ກຳນົດໄວ້ໃນແຈ້ງການ 0488/ສທ ຂໍ້ II.1 ແລະ ແຈ້ງການ 0377/ອຄ.ກຄພນ ຂໍ້.1.ກ; ຫ້າມຕັ້ງຈຸດບໍລິຈາກ ຫຼື ມອບເຄື່ອງຊ່ວຍເຫຼືອທີ່ບໍ່ມີຄວາມປອດໄພ ແລະ ບໍ່ໄດ້ຮັບອະນຸຍາດຈາກອົງການປົກຄອງທ້ອງຖິ່ນ; ຫ້າມຫຼິ້ນກິລາບານເຕະ, ການອອກກຳລັງກາຍຢູ່ສະໜາມຫຼວງ, ບຶງທາດຫຼວງ ແລະ ສວນເຈົ້າອານຸວົງ ແລະ ອື່ນໆ.

Related Articles

Leave a Reply