Visit BigblueAgency
ຄະນະສະເພາະກິດໄດ້ຂະຫຍາຍໂຮງໝໍ ພາກສະໜາມອີກ 3 ແຫ່ງ.

ຄະນະສະເພາະກິດໄດ້ຂະຫຍາຍໂຮງໝໍ ພາກສະໜາມອີກ 3 ແຫ່ງ.

ຄະນະສະເພາະກິດເພື່ອຄວບຄຸມ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງແຈ້ງໃຫ້ຮູ້ວ່າ: ເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19 ທີ່ມີຈໍານວນເພີ່ມຂຶ້ນເປັນຈໍານວນຫຼາຍຢູ່ນະຄອນຫຼວງວຽງຈັນ, ຄະນະສະເພາະກິດໄດ້ຂະຫຍາຍໂຮງໝໍພາກສະໜາມອີກ 3 ແຫ່ງເພື່ອຮອງຮັບສະເພາະຜູ້ຕິດເຊື້ອທີ່ມີອາການເບົາບາງ (ບໍ່ໜັກ) ຄື: ໂຮງໝໍພາກສະໜາມດາວເຮືອງຢູ່ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຊຶ່ງສາມາດຮອງຮັບຄົນເຈັບໄດ້ 800 ຄົນ, ໂຮງໝໍພາກສະໜາມກິລາ ຫຼັກ16 ສາມາດຮອງຮັບຄົນເຈັບໄດ້ 360 ຄົນ ແລະ ໂຮງຮຽນເຝິກອົບຮົມວິຊາຊີບຄົນພິການສີເກີດ ສາມາດຮອງຮັບຄົນເຈັບໄດ້ທັງໝົດ 600 ກວ່າຄົນ. ສະເພາະຜູ້ຕິດເຊື້ອທີ່ມີອາການປານກາງ ຫາໜັກ ແມ່ນ ໄດ້ເອົາ ໂຮງໝໍ 3 ແຫ່ງ ຄື: ໂຮງໝໍມິດຕະພາບ, ໂຮງໝໍ 103 ກອງທັບ ແລະ ໂຮງໝໍເຊດຖາທິລາດ ເປັນບ່ອນປິ່ນປົວ ຊຶ່ງ ໂຮງໝໍທັງ 3 ແຫ່ງສາມາດຮອງຮັບຜູ້ຕິດເຊື້ອໄດ້ 180 ຄົນ.

 ຄະນະສະເພາະກິດແຈ້ງໃຫ້ຮູ້ຕື່ມອີກວ່າ: ໃນສະພາບທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນນີ້, ທິມງານແພດ-ໝໍ ແຕ່ລະຂະແໜງການໄດ້ເຮັດວຽກສຸດຄວາມສາມາດ ໂດຍສະເພາະວຽກງານທີ່ໄປຮັບເອົາຜູ້ຕິດເຊື້ອ ຍ້ອນວ່າຜູ້ຕິດເຊື້ອຢູ່ກະແຈກກະຈາຍ ຈຶ່ງມີຄວາມຫຍຸ້ງຍາກ ແລະ ບໍ່ສາມາດໄປຮັບໄດ້ຢ່າງທັນການ ຫຼື ອາດຈະມີຄວາມຊັກຊ້າຈຶ່ງຮຽກຮ້ອງໃຫ້ສັງຄົມເຂົ້າໃຈ ແລະ ໃຫ້ຄົນເຈັບຈົ່ງໃຫ້ການຮ່ວມມືກັບແພດ-ໝໍ ໃນການປິ່ນປົວ ແລະ ໃຫ້ປະຕິບັດຕາມຄໍາແນະນໍາຂອງແພດ-ໝໍຢ່າງເຄັ່ງຄັດ ເພື່ອຕົວທ່ານເອງ ແລະ ຄອບຄົວ.

 ພາບປະກອບ

Related Articles

Leave a Reply