ແຂວງຄຳມ່ວນມີ 4 ເມືອງທີ່ນອນຢູ່ໃນເປົ້າໝາຍຂອງໂຄງການອາຫານທ່ຽງໃນໂຮງຮຽນ ຊຶ່ງປະກອບມີເມືອງມະຫາໄຊ, ຍົມມະລາດ, ບົວລະພາ ແລະ ເມືອງໄຊບົວທອງ ກວມເອົາຈຳນວນນັກຮຽນຊັ້ນອະນຸບານ ແລະ ປະຖົມປະມານ 12.444 ຄົນ, ໃນ 179 ໂຮງຮຽນໃນໄລຍະເວລາ 5 ປີ (2021-2025) ທີ່ໄດ້ຮັບການຊ່ວຍເຫຼືອງົບປະມານທັງໝົດ 5,2 ລ້ານໂດລາ ຈາກ ກະຊວງກະສິກຳ ສະຫະລັດອາເມຣິກາ ແລະ ຈັດຕັ້ງປະຕິບັດໂດຍອົງການ CRS (Catholic Relief Services). ຈຸດປະສົງຂອງໂຄງການເພື່ອປັບປຸງການຮຽນຮູ້ໜັງສືຂອງເດັກກ່ອນໄວຮຽນ ໂດຍຜ່ານກິດຈະກຳການສ້າງມູມອ່ານ, ການແຈກຢາຍອຸປະກອນ ແລະ ເຄື່ອງມືການຮຽນຮູ້, ການສ້າງກິດຈະກຳ ສົ່ງເສີມການຮຽນຮູ້ໜັງສື, ການຝຶກອົບຮົມຄູ, ຝຶກອົບຮົມຜູ້ບໍລິຫານໂຮງຮຽນ, ສ້າງຄວາມຕັ້ງໃຈຮຽນ ແລະ ການເຂົ້າຫ້ອງຮຽນໂດຍຜ່ານກິດຈະກຳສະໜອງອາຫານທ່ຽງ, ການສ້າງສວນຄົວໂຮງຮຽນ, ສາງເກັບມ້ຽນອາຫານ, ເຮືອນຄົວ, ເຮືອນຮັບປະທານອາຫານ, ການລະດົມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ, ການປັບປຸງນ້ຳສະອາດ, ສຸຂະອະນາໄມ ແລະ ສຸຂະພາບ.
ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ແມ່ນສ່ວນໜຶ່ງທີ່ປະກອບສ່ວນໂດຍກົງທີ່ສ້າງໂອກາດໃຫ້ເດັກໃນເຂດ ຊົນນະບົດ ເຂດຫ່າງໄກສອກຫຼີກ ແລະ ເດັກຈາກຄອບຄົວທຸກຍາກໄດ້ເຂົ້າເຖິງການສຶກສາ, ສາມາດສົ່ງເສີມສຸຂະພາບຂອງເດັກໃຫ້ມີໂພຊະນາການທີ່ດີຂຶ້ນໂດຍການໄດ້ຮັບອາຫານທ່ຽງໃນໂຮງຮຽນທີ່ປະກອບດ້ວຍສານອາຫານທີ່ມີຄຸນປະໂຫຍດຕໍ່ຮ່າງກາຍ ແລະ ປະກອບສ່ວນສ້າງພູມຕ້ານທານຫຼຸດຜ່ອນການ ເຈັບເປັນ, ເຮັດໃຫ້ເດັກມາໂຮງຮຽນເປັນປົກກະຕິ.
ຂໍ້ມູນ-ພາບ: ພະແນກສຶກສາ ແຂວງຄຳມ່ວນ