ປະຈຸບັນ, ຊາວກະສິກອນທົ່ວແຂວງຄຳມ່ວນ ສາມາດເກັບກູ້ຜົນຜະລິດພືດລະດູແລ້ງ ໄດ້ແລ້ວ 3.880 ເຮັກຕາ, ໃນນີ້ ເນື້ອທີ່ປູກພືດເພື່ອເປັນສະບຽງອາຫານເກັບກູ້ໄດ້ 1.214 ເຮັກຕາ ແລະ ເນື້ອທີ່ປູກພືດເພື່ອເປັນສິນຄ້າເກັບກູ້ໄດ້ 1.960 ເຮັກຕາ, ຊຶ່ງຄາດວ່າການເກັບກູ້ພືດລະດູແລ້ງ ໃນທົ່ວແຂວງຈະໃຫ້ສໍາເລັດ ໃນຕົ້ນເດືອນມິຖຸນາ 2024 ນີ້.
ພືດທີ່ຊາວກະສິກອນ ປູກຫຼາຍກວ່າໝູ່ແມ່ນ ມັນຕົ້ນ, ກະຫຼໍ່າປີ, ໝາກແຕງ, ສາລີ ແລະ ພືດອື່ນໆ ແລະ ເມືອງທີ່ປະຕິບັດເນື້ອທີ່ປູກພືດລະດູແລ້ງໄດ້ຫຼາຍກວ່າໝູ່ແມ່ນເມືອງທ່າແຂກ , ເມືອງໜອງບົກ ແລະ ເມືອງຫີນບູນ.
ອີງຕາມຂໍ້ມູນຂະແໜງປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນເຫັນວ່າ, ໃນລະດູການຜະລິດພືດລະດູແລ້ງ ປະຈໍາສົກປີ 2023-2024, ທົ່ວແຂວງ ມີເນື້ອທີ່ແຜນການ ທໍາການຜະລິດທັງໝົດ 10.311 ເຮັກຕາ ຊຶ່ງຄາດຄະເນຜົນຜະລິດໃຫ້ໄດ້ 54.380 ໂຕນ, ໃນນີ້ ເນື້ອທີ່ປູກພືດເພື່ອເປັນສະບຽງອາຫານ 3.661 ເຮັກຕາ ແລະ ເນື້ອທີ່ປູກພືດເພື່ອເປັນສິນຄ້າ 6.650 ເຮັກຕາ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ເນື້ອທີ່ປູກພືດທົ່ວແຂວງ ສາມາດບັນລຸໃນເນື້ອທີ່ 9.840 ເຮັກຕາ (ຫຼຸດແຜນ), ໃນນີ້ ເນື້ອທີ່ປູກພືດເພື່ອເປັນສະບຽງອາຫານປະຕິບັດໄດ້ 3.449 ເຮັກຕາ ແລະ ເນື້ອທີ່ປູກພືດເພື່ອເປັນສິນຄ້າປະຕິບັດໄດ້ 6.286 ເຮັກຕາ.
ຂ່າວ: ແດງສະຫວັດ ແສນພານິດ