Visit BigblueAgency
ຄູອາສາສະໝັກ, ພະນັກງານຊ່ວຍວຽກບໍລິຫານການສຶກສາ ຈຳນວນ 966 ຄົນ ຈະຖືກບັນຈຸເຂົ້າເປັນລັດຖະກອນໃໝ່ ປີ 2020

ຄູອາສາສະໝັກ, ພະນັກງານຊ່ວຍວຽກບໍລິຫານການສຶກສາ ຈຳນວນ 966 ຄົນ ຈະຖືກບັນຈຸເຂົ້າເປັນລັດຖະກອນໃໝ່ ປີ 2020

ຄູອາສາສະໝັກໃນຂອບເຂດທົ່ວປະເທດ ໂດຍສະເພາະຢຸ່ເຂດຊົນນະບົດ ເລີ່ມມີຄວາມຫວັງທີ່ຈະໄດ້ບັນຈຸເຂົ້າເປັນລັດຖະກອນຄູ ຫຼັງຈາກທີ່ກະຊວງສຶກສາທິການ ແລະ ກິລາ ແຈ້ງໃຫ້ຮູ້ວ່າ:  ສໍາລັບປີ 2020 ນີ້, ລັດຖະບານໄດ້ໃຫ້ຕົວເລກ ລັດຖະກອນຄູ ແລະ ພະນັກງານຊ່ວຍວຽກ ບໍລິຫານການສຶກສາ ຈໍານວນທັງໝົດ 966 ຄົນ ໂດຍໄດ້ແບ່ງປັນຕົວເລກດັ່ງກ່າວໄປແຕ່ລະແຂວງໃນຂອບເຂດທົ່ວປະເທດ.

ນະຄອນຫຼວງວຽງຈັນ ແມ່ນໄດ້ 52 ຄົນ, (ຄູ 51 ຄົນ ແລະ ບໍລິຫານ 1 ຄົນ), ແຂວງ ຜົ້ງສາລີ ໄດ້ 42 ຄົນ (ຄູ 41 ຄົນ ແລະ ບໍລິຫານ 1 ຄົນ), ແຂວງ ຫຼວງນ້ຳທາ ໄດ້ 37 ຄົນ, (ຄູ 36 ຄົນ ແລະ ບໍລິຫານ 1 ຄົນ), ແຂວງ ອຸດົມໄຊ ໄດ້ 43 ຄົນ (ຄູ 42 ຄົນ ແລະ ບໍລິຫານ 1 ຄົນ), ແຂວງ ບໍ່ແກ້ວ 31 ຄົນ (ຄູ 30 ຄົນ ແລະ ບໍລິຫານ 1 ຄົນ), ແຂວງ ຫຼວງພະບາງ ໄດ້ 48 ຄົນ (ຄູ 47 ຄົນ ແລະ ບໍລິຫານ 1 ຄົນ), ແຂວງ ຫົວພັນ ໄດ້ 47 ຄົນ (ຄູ 46 ຄົນ ແລະ ບໍລິຫານ 1 ຄົນ), ແຂວງ ໄຊຍະບູລີ ໄດ້ 57 ຄົນ (ຄູ 56 ຄົນ ແລະ ບໍລິຫານ 1 ຄົນ), ແຂວງ ຊຽງຂວາງ ໄດ້ 43 ຄົນ (ຄູ 42 ຄົນ ແລະ ບໍລິຫານ 1 ຄົນ), ແຂວງ ວຽງຈັນ ໄດ້ 45 ຄົນ (ຄູ 44 ຄົນ ແລະ ບໍລິຫານ 1 ຄົນ), ແຂວງ ບໍລິຄຳໄຊ ໄດ້ 39 ຄົນ (ຄູ 38 ຄົນ ແລະ ບໍລິຫານ 1 ຄົນ), ແຂວງ ຄຳມ່ວນ ໄດ້ 66 ຄົນ (ຄູ 65 ຄົນ ແລະ ບໍລິຫານ 1 ຄົນ), ແຂວງ ສະຫວັນນະເຂດ ໄດ້ 161 ຄົນ (ຄູ 159 ຄົນ ແລະ ບໍລິຫານ 2 ຄົນ), ແຂວງ ສາລະວັນ ໄດ້ 77 ຄົນ (ຄູ 76 ຄົນ ແລະ ບໍລິຫານ 1 ຄົນ), ແຂວງ ເຊກອງ ໄດ້ 33 ຄົນ (ຄູ 32 ຄົນ ແລະ ບໍລິຫານ 1 ຄົນ), ແຂວງ ຈຳປາສັກ ໄດ້ 69 ຄົນ(ຄູ 69 ຄົນ ແລະ ບໍລິຫານ 1 ຄົນ), ແຂວງ ອັດຕະປື 42 ຄົນ (ບໍລິຫານ 41 ຄົນ ແລະ ບໍລິຫານ 1 ຄົນ) ແລະ ແຂວງ ໄຊສົມບູນ ໄດ້ 34 ຄົນ (ຄູ 33 ຄົນ ແລະ ບໍລິຫານ 1 ຄົນ).

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ

Related Articles

Leave a Reply